ທ່ານປະທານປະເທດເຈີນດ້າຍກວາງເຮັດວຽກກັບອົງການປະຕິບັດຄຳຕັດສິນຂອງສານ

ທ່ານປະທານປະເທດເຈີນດ້າຍກວາງເຮັດວຽກກັບອົງການປະຕິບັດຄຳຕັດສິນຂອງສານ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ເຮັດ​ວຽກ​ກັບ​
ອົງ​ການ​ປະ​ຕິ​ບັດ​ຄຳ​ຕັດ​ສິນສານ
ພາບ: Vietnam+

(vovworld)- ຕອນ​ບ່າຍ​ວັນ​ທີ 17/2 ຢູ່ ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ຫົວ​ຫນ້າ​ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ຕຸ​ລາ​ການສູນ​ກາງ ໄດ້​ເຮັດ​ວຽກ​ກັບ​ອົງ​ການ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ​ອາ​ຍາ​ຂຶ້ນ​ກັບ​ກະ​ຊວງ​ຕຳ​ຫລວດ, ອົງ​ການ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ​ແພ່ງ​ຂື້ນ​ກັບ​ກະ​ຊວງ​ຍຸ​ຕິ​ທຳ, ອົງ​ການ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ​ຂຶ້ນ​ກັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກ່ຽວ​ກັບ​ສະ​ພາບ​ການ​ຈັດ​ຕັ້ງ, ການ​ເຄື່ອນ​ໄຫວ, ວຽກ​ງານ​ສົມ​ທົບ​ກັນ​, ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຂ​້​ໍ​ຕິດ​ຄັດ ແລະ ຄຳ​ສະ​ເຫນີ​ສຳ​ລັບ​ວຽກ​ງານ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ.

ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ເຫນີ​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ​ຄວນ​ສືບ​ຕໍ່​ຊາບ​ຊື​ມ, ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ, ລັດ ກ່ຽວ​ກັບ​ຂົງ​ເຂດ​ຕຸ​ລາ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ສະ​ເຫນີ ບັນ​ດາ​ຄະ​ນະ, ກະ​ຊວງ, ຂ​ະ​ແຫນງ​ການ, ທ້ອງ​ຖິ່ນ​ສືບ​ຕໍ່​ເອົາ​ໃຈ​ໃສ່​ໃນ​ການ​ຊີ້​ນຳ, ສ້າງ​ເງື່ອນ​ໄຂ​ກ່ຽວ​ກັບ​ການ​ບັນ​ຈຸ​ພະ​ນັກ​ງານ, ພື້ນ​ຖານ​ດ້ານ​ວັດ​ຖຸ, ພາ​ຫະ​ນະອຸ​ປະ​ກອນການ​ເຮັດ​ວຽກ, ເຄື່ອງ​ມື​ຫນູນ​ຊ່ວຍ​ເພື່ອ​ໃຫ້​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​ສານ​ປະ​ຕິ​ບັດ​ບົດ​ບາດ​ຫນ້າ​ທີ່​ທີ່​ໄດ້​ຮັບ​ການມອບ​ໝາຍ​ເປັນ​ຢ່າງ​ດີ. 


ຕອບກັບ

ຂ່າວ/ບົດ​ອື່ນ