ທ່ານປະທານປະເທດເຈີນດ້າຍກວາງແລະປະທານາທິບໍດີຝລັ່ງFrancois Hollande ເຂົ້າຮ່ວມການປະຊຸມຂ່າວ


ທ່ານປະທານປະເທດເຈີນດ້າຍກວາງແລະປະທານາທິບໍດີຝລັ່ງFrancois Hollande ເຂົ້າຮ່ວມການປະຊຸມຂ່າວ - ảnh 1
ການ​ປະ​ຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 6/9
(ພາບ: VTC News)

(vovworld)- ທີ່​ການ​ປະ​ຊຸມ​ຂ່າວ​ໃນ​ຕອນ​ເຊົ້າ​ວັນ​ທີ 6/9, ທ່ານ​ປະ​ທາ​ນ​ປະ​ເທດ ເຈີນ​ດ້າຍກວາງ ໃຫ້​ຮູ້​ວ່າ:ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ຫວຽດ​ນາມ ແລະ ຝ​ລັ່ງ ເຫັນ​ດີ ສົ່​ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ມຸ້ງ​ໄປ​ເຖິງ​ການ​ສ້າງ​ບັນ​ດາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ ແລະ ອຸດ​ສາ​ຫະ​ກຳ ບົນ​ພື້ນ​ຖານ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ ແລະ ສອງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ພ້ອມ​ກັນ​ນັ້ນ​ສອງ​ຝ່າຍ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ. ທ່ານ​ປະ​ທາ​ນ​ປະ​ເທດ ເຈີນ​ດ້າຍກວາງ ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ແລະ ຝ​ລັ່ງ ສືບ​ຕໍ່​ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ຂອງ​ຝ​ລັ່ງ ກັບ ອາ​ຊີ ປາ​ຊີ​ຟີກ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື ລະ​ຫວ່າງ​ຫວຽດ​ນາມ ກັບ​ສະ​ຫະ​ພາບ​ເອີ​ລົບ. ທ່ານ​ປະ​ທາ​ນ​ປະ​ເທດ ເຈີນ​ດ້າຍກວາງ ກ່າວ​ວ່າ:

        “ ຂ້າ​ພະ​ເຈົ້າ ແລະ ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ ຢືນ​ຢັນ ເຄົາ​ລົບ​ບັນ​ດາ​ຫລັກ​ການ​ປະ​ຕິ​ບັດ​ກົດ​ໝາຍ​ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຂັດ​ແຍ້ງ​ຢູ່ ທະ​ເລ​ ແລະ ທະ​ເລ​ຫລວງ, ຢືນ​ຢັນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ຮັກ​ສາ​ຄວາມ​ເສ​ລີ​ການ​ເດີນ​ທະ​ເລ, ການ​ບິນ. ສອງ​ຝ່າຍ​ເນັ້ນ​ຫນັກ​ຄວາມ​ສຳ​ຄັນ​ຂອງ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ບັນ​ດາ​ຫລັກ​ການ​ຂອງ​ກົດ​ໝາຍ​ສາ​ກົນ.”

ປະ​ທາ​ນາ​ທິ​ບໍ​ດີ ຝ​ລັ່ງ  ໄດ້​ຢືນ​ຢັນວ່າ:

        “ຜ່ານ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຄັ້ງ​ນີ້ ແມ່ນ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ເຮັດ​ແນວ​ໃດ​ເພື່ອ​ເພີ່ມ​ທະ​ວີ​ການ​ມີ​ຫນ້າ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ຝ​ລັ່ງ ຢູ່​ຫວຽດ​ນາມ. ນອກນັ້ນ ຍັງ​ມີ​ຈຸດ​ທີ່​ແຕກ​ຕ່າງ​ກັນ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ນັ້ນ​ແມ່ນ ດ້ານ​ວັດ​ທະ​ນະ​ທຳ, ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ…”

 

ຂ່າວ/ບົດ​ອື່ນ