ທ່ານປະທານປະເທດເຈືອງເຕີນຊາງພົບປະກັບທ່ານເລຂາທິການໃຫຍ່ສປຊ

(vovworld)- ​ຕອນ​ຄຳ່​ວັນ​ທີ 26/7 ຕາມ​ເວລາ​ນິວຢອກ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ ນິວຢອກ ກັບ​ຄືນ​​ເມືອ​ປະ​ເທດ​ສິ້ນ​ສຸດ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບ​ໍດີ ອາ​ເມ​ລິ​ກາ Barack Obama.

 ທ່ານປະທານປະເທດເຈືອງເຕີນຊາງພົບປະກັບທ່ານເລຂາທິການໃຫຍ່ສປຊ - ảnh 1
ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ພົບ​ປະ​ກັບ​
ທ່ານ​ເລຂາທິການ​ໃຫຍ່ ສປຊ Bankimoon

 ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່ ສປຊ Bankimoon. ນະ​ທີ່​ນີ້ ທ່າ​ນ Bankimoon ​ໄດ້​ຕີ​ລາຄາ​ສູ​ງບັນດາ​ຜົນງານ​ຂອງ​ຫວຽດນາມ​ໃນ​ການ​ພັດທະນາ​ເສດຖ​ະກິດ​ສັງຄົມ, ປະກອບສ່ວນ​ຕັ້ງຫນ້າ​ເຂົ້າ​ໃນ​ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໂລກ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຢືນຢັນ: ຫວຽດນາມ ຖື​ເປັນ​ສຳຄັນ​ບົດບາດ​ນັບ​ມື້​ນັບ​ໃຫຍ່​ຫລວງ​ຂອງ ສປຊ ​ແລະ ມີ​ບົດບາດ​ທີ່​ຕັ້ງ​ສຳຄັນ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ.

ກ່ອນ​ຫນ້າ​ນັ້ນ,​ທ່ານ​ປະທານ​ປະ​ເທດ​ເຈ​ືອງ​ເຕີນ​ຊາງ ​ໄດ້​ພົບ​ປະ​ກັບ​ບັນດາ​ນັກ​ຄົ້ນ​ຄ້ວາ​ເສດຖະກິດ​ອາ​ເມ​ລິ​ກາ, ຄູ​ອາຈານ, ນັກຮົບ​ເກົ່າ​ສອງ​ປະ​ເທດ, ​ເພື່ອນ​ມິດ​ອາ​ເມ​ລິ​ກາ ​ແລະ ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ອາ​ເມ​ລິ​ກາ. ທີ່​ການ​ພົບ​ປະ​ນັ້ນ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ແບ່ງປັນ​ຄວາມ​ເອົາ​ໃຈ​ໃສ່, ຊົມ​ເຊີຍ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ໝາກຜົນ​ການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ​ການ​ສຶກສາ​ອາ​ເມ​ລິ​ກາ, ນັກຮົບ​ເກົ່າ​ສອງ​ປະ​ເທດ,​ເພື່ອນ​ມິດ​ອາ​ເມ​ລິກາ ​ແລະ ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ອາ​ເມ​ລິ​ກາ ພ້ອມ​ທັງ​ສະ​ແດງ​ຄວາມ​ປາດ​ຖະຫນາ​ຢາກໃຫ້​ສອງ​ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຫລາຍ​ດ້ານ ​ແລະ ​ເລິ​ກ​ເຊິ່ງ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ວິວັດທະນາ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ກໍ​ຄື​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃຫ້​ແກ່​ສອງ​ປະ​ເທດ ​ແລະ ພາກ​ພື້ນ.

ກ່ອນ​ຫນ້າ​ນັ້ນ ​ຕອນ​ຄຳ່​ວັນ​ທີ 25/7, ທ່ານ​ປະທານ​ປະ​ເທດ​ເຈ​ືອງ​ເຕີນ​ຊາງ ​ໄດ້​ຕ້ອນຮັບ​ຄອບຄົວ​ອະດີດ​ປະທານາທິບໍດີ Bill Clinton. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຕີ​ລາຄາ​ສູງ ບັນດາ​ການ​ປະກອບສ່ວນ​ຂອງ​ອະ​ດີດ​ປະທານາທິບໍດີ Bill Clinton ​ແລະ ອະ​ດີດລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ທ່ານ​ນາງ Hilari Clinton ທີ​່ມີ​ຕໍ່​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ.

 

 

ຂ່າວ/ບົດ​ອື່ນ