ທ່ານປະທານປະເທດເຈືອງເຕີນຊາງສິ້ນສຸດການຢ້ຽມຢາມໂມຊຳບີກຢ່າງຈົບງາມ

ທ່ານປະທານປະເທດເຈືອງເຕີນຊາງສິ້ນສຸດການຢ້ຽມຢາມໂມຊຳບີກຢ່າງຈົບງາມ - ảnh 1
ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ຫວຽດ​ນາມ-ໂມ​ຊຳ​ບີກ

(vovworld)-  ​ຕອນ​ຄ່ຳ​ວັນ​ທີ 12/3, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ​ໄດ້​ເດີນ​ທາງ​ອອກ​ຈາກ​ນະ​ຄອນ​ຫລວງ Maputu ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ໂມ​ຊຳ​ບີກ ແລະ ເດີນ​ທາງໄປ​ຢ້ຽມ​ຢາມ ອີ​ຣານ.

        ກ່ອນ​ຫນ້ານັ້ນ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ໄດ້​ພົບ​ປະ​ໂອ້​ລົມ​ກັບ​ພະ​ນັກ​ງານ​ສະ​ຖານ​ທູດ​ຫວຽດ​ນາມ ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ໂມ​ຊຳ​ບີກ. ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທ​ດ​ເຈືອງ​ເຕີນ​ຊາງ ໄປ​ຢ້ຽມ​ຢາມ ແລະ ຊອກ​ຮູ້​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ບໍ​ລິ​ສັດ​ໂທ​ລະ​ຄົມ​ມະ​ນາ​ຄົມ Movitel ຊຶ່ງ​ແມ່ນບ​ໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ລະ​ຫວ່າງ​ກຸ່ມ​ບໍ​ລິ​ສັດ Viettel ຂອງ​ຫວຽດ​ນາມກັບ ໂມ​ຊຳ​ບີກ.  ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ແລະ ປະ​ທາ​ນາ​ທິ​ບໍ​ດີ Filipe Nyusi ພ້ອມ​ກັນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ - ໂມ​ຊຳ​ບີກ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ: ຫວຽດ​ນາມ ຈະ​ກາຍ​ເປັນ​ຫນຶ່ງ​ໃນ​ຈຳ​ນວນ 10 ຄູ່​ຮ່ວມ​ມື​ແຖວ​ຫນ້າ​ຂອງ ໂມ​ຊຳ​ບີກ.

“ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຕົນ, ຫວຽດ​ນາມ ຍາມ​ໃດ​ກໍ​ຖື ໂມ​ຊຳ​ບີກ ແມ່ນ​ຄູ່​ຮ່ວມ​ມື​ຈຸດ​ສຸມ​ຢູ່ ອາ​ຟ​ຼິ​ກາ. ໃນ​ນະ​ໂຍ​ບາຍ​ມູ່ງ​ໄປ​ສູ່​ທິດ​ຕາ​ເວັນ​ອອກ​ຂອງ ອາ​ຟຼິ​ກາ, ຫວຽດ​ນາມ​ກໍ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ແມ່ນ​ຕະ​ຫລາດ​ກ້​ວາງ​ໃຫຍ່, ນອນ​ໃນ​ປະ​ຕູ​ເຂົ້າ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ. ສອງ​ປະ​ເທດ​ມີ​ທ່າ​ແຮງ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ເພີ່ມ​ເຕີມ​ໃຫ້​ກັນ.”

        ທີ່​ເວ​ທີ​ປ​າ​ໄສ, ທ່ານ​ປະ​ທານ​ປະ​ເທດ​ເຈ​ືອງ​ເຕີນ​ຊາງ ແລະ ປະ​ທາ​ນາ​ທິ​ບໍ​ດີ ໂມ​ຊຳ​ບີກ Filipe Nyusi ເປັນ​ສັກ​ຂີ​ພີ​ຍານ​ພິ​ທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ກັບ​ສະ​ມາ​ພັນ​ບັນ​ດາ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ ໂມ​ຊຳ​ບີກ ແລະ ສູນ​ສົ່ງ​ເສີມ​ການ​ລົງ​ທຶນ ໂມ​ຊຳ​ບີກ.

 

ຂ່າວ/ບົດ​ອື່ນ