ທ່ານປະທານປະເທດເຈືອງເຕິ໋ນຊາງເຮັດວຽກຢູ່ແຂວງເງ້ອານ

ທ່ານປະທານປະເທດເຈືອງເຕິ໋ນຊາງເຮັດວຽກຢູ່ແຂວງເງ້ອານ - ảnh 1
(ທ່ານປະທານປະເທດເຈືອງເຕິ໋ນຊາງເຮັດວຽກຢູ່ແຂວງເງ້ອານ)

(vovworld) - ວັນ​ທີ 8/8, ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕິ໋ນຊາງ ​ແລະ ຄະນະ​ປະຕິບັດ​ງານ​ສູນ​ກາງ ​ໄດ້​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ເງ້ອານ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ທ້ອງ​ຖີ່​ນ ​ແລະ ວຽກ​ງານ​ກະກຽມ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ ກ​້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ແຂວງ. ທ່ານ​ປະທານ​ປະ​ເທດສະ​ເໜີ​ແຂ​ວງ ຕ້ອງ​ກວດກາ​ບັນດາ​ທ່າ​ແຮງ​ທີ່​ມີ​ຢູ່​ແລ້ວ​ຢ່າງ​ວ່ອງ​ໄວ ​ເພື່ອ​ຍາດ​ເອົາ​ທ່າ​ໄດ້​ປຽບ​ເມື່ອ​ເຊື່ອມ​ໂຍງ, ​ເປີດ​ປະຕູ​ຕະຫຼາດ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

“ຜະລິດ​ຕະພັນ​ປະ​ເພດ​ໃດ​ມີ​ຕະຫຼາດ​ຈຳໜ່າຍ, ທາງ​ແຂວງ​ຕ້ອງ​ຈັດ​ຕັ້ງ​ການ​ຜະລິດ​ຢ່າງ​ໄວ​ເພື່ອ​ຊຸກຍູ້​ການ​ພັດທະນາ ​ແລະ ປັບປຸງ​ທີ່​ຕັ້ງ​ຂອງ​ຜະລິດ​ຕະພັນ, ນັບ​ທັງ​ສິນຄ້າ ​ແລະ ການ​ບໍລິການ. ອັນ​ໃດ​ມີ​ທ່າ​ໄດ້​ປຽບ​ແມ່ນ​ຕ້ອງ​ເຮັດ​ໃນ​ທັນທີ“.

​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 8/8, ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕິ໋ນຊາງ ກໍ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຄັ້ງ​ທີ 2 ສະມາຄົມ​ນັກຮົບ​ປະຕິວັດ​ແຂວງ ​ເງ້ອານ​ ທີ່​ຖືກ​ສັດຕູ​ຈັບຕົວ, ກັກ​ຂັງ. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ສະ​ເໜີ​ສະມາຄົມ​ຄວນ​ຊອກ​ຫາ​ວິທີ​ຂົນຂວາຍ​ການ​ອຸປະຖຳ, ມີ​ວິທີ​ເຮັດ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ ​ເພື່ອ​ຊ່ວຍ​ເຫຼືອ​ບັນດາ​ຄອບຄົວ​ສະມາຊິກ​ສະມາຄົມ​ທີ່​ປະສົບ​ຄວາມ​ຫຍຸ້ງຍາກ​ຢ່າງ​ມີ​ປະສິດທິ​ຜົນ.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 7/8, ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕິ໋ນຊາງກໍ່​ເຂົ້າ​ຮ່ວມ​ພິທີ​ເປີດ​ສະຫຼອງ​ເຂດ​ປູຊະນີຍະສະຖານ​ປະຫວັດສາດ ຈວງ​ບົ່ນ ​ເພື່ອ​ຕອບ​ບຸນ​ແທນ​ຄຸນ​ບັນດາ​ວິລະ​ຊົນ​ນັກ​ຮົບ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ເອກະລາດ, ​ເສລີພາບ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ