ທ່ານ​ປະ​ທ​ານ​ປະ​ເທດ​ໂຕ​ເລິມ: ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - 27/7/2024) ຕອນບ່າຍວັນທີ 22 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ໂຕເລິມ ໄດ້ພົບປະກັບຄະນະຜູ້ແທນ ຜູ້ມີຄຸນງາມຄວາມດີ ຕໍ່ການປະຕິວັດດີເດັ່ນທົ່ວປະເທດປີ 2024. 
ທ່ານ​ປະ​ທ​ານ​ປະ​ເທດ​ໂຕ​ເລິມ: ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ - ảnh 1ທ່ານປະທານປະເທດ ໂຕເລິມ ພົບປະກັບຄະນະຜູ້ແທນ ຜູ້ມີຄຸນງາມຄວາມດີ (ພາບ: TTXVN)

ໂດຍຕາງໜ້າພັກ, ລັດ ທ່ານໄດ້ສະແດງຄວາມເຄົາລົບນັບຖື, ອາໄລຫາຕໍ່ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ທ່ານປະທານປະເທດ ໂຕເລິມ ສົ່ງຄຳຢຶ້ຢາມຖາມຂ່າວ ແລະ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ໄປຍັງບັນດາແມ່ຫວຽດນາມວິລະຊົນ, ນັກຮົບວິລະຊົນກຳລັງປະກອບອາວຸດ, ທະຫານເຈັບປ່ວຍ, ທະຫານເສຍອົງຄະ, ພໍ່ແມ່ພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍການປະຕິວັດ. ເພື່ອປະຕິບັດວຽກງານຕອບບຸນແທນຄຸນ, ການເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ, ຄອບຄົບທະຫາຍເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດໃຫ້ເປັນຢ່າງດີ, ທ່ານປະທານປະເທດສະເໜີອຳນາດການປົກຄອງທຸກຂັ້ນ, ແນວໂຮມປະເທດຊາດ ແລະ ໝູ່ຄະນະສືບຕໍ່ເອົາໃຈໃສ່ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ຢ່າງເຂັ້ມງວດ ເພື່ອໃຫ້ຜູ້ມີຄຸນງາມຄວາມດີ, ພໍ່ແມ່ພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ບັນດາຄອບຄົວເປົ້າໝາຍນະໂຍບາຍຍາມໃດກໍ່ໄດ້ຮັບໝາກຜົນຂອງພາລະກິດແຫ່ງການປ່ຽນແປງໃໝ່ປະເທດຊາດຢ່າງຄົບຖ້ວນ, ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ.

ຕອບກັບ

ຂ່າວ/ບົດ​ອື່ນ