ທ່ານ​ປະ​ທານ​ປະ​ເທດ​ໂຕ​ເລິມ​ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ກາ​ນ​ກ່ຽວ​ກັບ​ວຽກ​ງານ​ແຂ່ງ​ຂັນ​ຍ້ອ​ງ​ຍໍ​

(VOVWORLD) - ທີ່ການເຮັດວຽກ, ທ່ານປະທານປະເທດ ໂຕເລິມ ໄດ້ຍ້ອງຍໍຊົມເຊີຍ ກະຊວງພາຍໃນທີ່ໄດ້ມີການສະຖິຕິ, ລາຍງານຕີລາຄາວຽກງານແຂ່ງຂັນ, ຍ້ອງຍໍຢ່າງທັນການໃນໄລຍະຜ່ານມາ. 
ທ່ານ​ປະ​ທານ​ປະ​ເທດ​ໂຕ​ເລິມ​ເຮັດ​ວຽກ​ກັບ​ບັນ​ດາ​ອົງ​ກາ​ນ​ກ່ຽວ​ກັບ​ວຽກ​ງານ​ແຂ່ງ​ຂັນ​ຍ້ອ​ງ​ຍໍ​ - ảnh 1ການເຮັດວຽກ (ພາບ: VOV)

ຕອນບ່າຍວັນທີ 31 ກໍລະກົດ, ຢູ່ທຳນຽບປະທານປະເທດ (ຮ່າໂນ້ຍ), ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເຮັດວຽກກັບບັນດາອົງການກ່ຽວກັບວຽກງານແຂ່ງຂັນ, ຍ້ອງຍໍ ໃນໄລຍະຜ່ານມາ, ທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ.

ທີ່ການເຮັດວຽກ, ທ່ານປະທານປະເທດ ໂຕເລິມ ໄດ້ຍ້ອງຍໍຊົມເຊີຍ ກະຊວງພາຍໃນທີ່ໄດ້ມີການສະຖິຕິ, ລາຍງານຕີລາຄາວຽກງານແຂ່ງຂັນ, ຍ້ອງຍໍຢ່າງທັນການໃນໄລຍະຜ່ານມາ. ທ່ານປະທານປະເທດ ເນັ້ນໜັກວ່າ ໃນປີ 2025 ແມ່ນປີດຳເນີນຫຼາຍວັນບຸນໃຫຍ່ຂອງປະເທດຊາດ, ຄື: 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (1930 - 2025), 50 ປີແຫ່ງວັນປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ (1975 - 2025), 80 ປີແຫ່ງການວັນປະຕິວັດ ເດືອນສິງຫາ ແລະ ວັນຊາດ ຫວຽດນາມ 2/9 (1945 - 2025)…ວຽກງານແຂ່ງຂັນ ຍ້ອງຍໍຕ້ອງ ປະຕິບັດຫຼາຍໜ້າທີ່ ດັ່ງນັ້ນ ຕ້ອງໄດ້ສຳຫຼວດກວດຄືນໃຫ້ຕິດແທດກັບສະພາບການຕົວຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ