ທ່ານປະທານປະເທດໄປອວຍພອນບຸນເຕັດ ຜູ້ອອກແຮງງານເຮັດວຽກຢູ່ຮ້ານເຈາະນ້ຳມັນທາງທະເລ

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄສູງເລື່ອງ ກຶວລອງ JOC ພ້ອມກັບຫຼາຍຫົວໜ່ວຍອື່ນຂອງບໍລິສັດນ້ຳມັນອາຍແກັດ ຫວຽດນາມ ທີ່ໄດ້ປະກອບສ່ວນສຳຄັນໃນຂະແໜງນ້ຳມັນອາຍແກັດ
ທ່ານປະທານປະເທດໄປອວຍພອນບຸນເຕັດ ຜູ້ອອກແຮງງານເຮັດວຽກຢູ່ຮ້ານເຈາະນ້ຳມັນທາງທະເລ - ảnh 1(ທ່ານປະທານປະເທດ ຫວໍວັນເຖືອງ ລະດົມກຳລັງໃຈກຳມະກອນ, ຜູ້ອອກແຮງງານຂອງບໍລິສັດ ກຶວລອງ JOC)

        ຕອນເຊົ້າວັນທີ 26 ມັງກອນ, ຈາກນະຄອນທ່າກຳປັ່ນ ວູງເຕົາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເດີນທາງໄປສູນຮ້ານເຈາະນ້ຳມັນຂອງບໍລິສັດຮ່ວມທຸລະກິດບໍລິຫານ ກຶວລອງ (ກຶວລອງ JOC), ຂຶ້ນກັບກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ, ເພື່ອລະດົມກຳລັງໃຈ ແລະ ອວຍພອນບຸນເຕັດກຳມະກອນ, ຜູ້ອອກແຮງງານຂອງບໍລິສັດ ເນື່ອງໃນໂອກາດບຸນເຕັດປີມະໂລງ 2024.

  ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາສູງເລື່ອງ ກຶວລອງ JOC ພ້ອມກັບຫຼາຍຫົວໜ່ວຍອື່ນຂອງບໍລິສັດນ້ຳມັນອາຍແກັດ ຫວຽດນາມ ທີ່ໄດ້ປະກອບສ່ວນສຳຄັນໃນຂະແໜງ ນ້ຳມັນອາຍແກັດ ແລະ ງົບປະມານຂອງລັດ. ທ່ານປະທານປະເທດເນັ້ນໜັກວ່າ, ການເຄື່ອນໄຫວສຳຫຼວດ, ຂຸດຄົ້ນນ້ຳມັນອາຍແກັດມີຄວາມໝາຍພິເສດ, ທັງແມ່ນເປົ້າໝາຍເສດຖະກິດ, ທັງແນໃສ່ຢັ້ງຢືນ, ປົກປັກຮັກສາ ອະທິປະໄຕເຂດທະເລ, ໝູ່ເກາະທີ່ສັກກະລະບູຊາຂອງປະເທດຊາດ. ສະນັ້ນ, ທ່ານປະທານປະເທດສະເໜີໃຫ້ ບັນດາຜູ້ເຮັດວຽກງານໃນຂົງເຂດນີ້ຕ້ອງຮັກສານ້ຳໃຈ, ເຈດຈຳນົງພ້ອມແລ້ວທີ່ຈະອຸທິດສ່ວນ, ປະກອບສ່ວນໃຫ້ແກ່ ການພັດທະນາຂອງປະເທດຊາດ.

ທ່ານປະທານປະເທດໄປອວຍພອນບຸນເຕັດ ຜູ້ອອກແຮງງານເຮັດວຽກຢູ່ຮ້ານເຈາະນ້ຳມັນທາງທະເລ - ảnh 2(ທ່ານປະທານປະເທດ ຫວໍວັນເຖືອງ ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ແກ່ຜູ້ອອກແຮງງານ PTSC)

        ກ່ອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມທ່າກຳປັ່ນ PTSC ຂອງບໍລິສັດໃຫຍ່ຫຸ້ນສ່ວນການບໍລິການເຕັກນິກນ້ຳມັນອາຍແກັດ ຫວຽດນາມ, ຫົວໜ່ວຍສະໜອງບັນດາ ການບໍລິການຕົ້ນຕໍໃຫ້ຂະແໜງພະລັງງານ, ນ້ຳມັນອາຍແກັດ ແລະ ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ແກ່ ຜູ້ອອກແຮງງານຂອງບໍລິສັດໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ