ທ່ານ​ປະ​ທານ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ ຮຸນ​ແຊນ ສົ່ງ​ຈົດ​ໝາຍ​ຂອບ​ໃຈ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ

(VOVWORLD) -ວັນທີ 22 ເມສາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຮຸນແຊນ, ປະທານພັກປະຊາຊົນ ກຳປູເຈຍ (CPP) ໄດ້ສົ່ງຈົດໝາຍຂອບໃຈມາຍັງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ທີ່ໄດ້ສົ່ງສານຢື້ຢາມຖາມຂ່າວສະພາບການໂລກລະບາດໂຄວິດ - 19 ຢູ່ ກຳປູເຈຍ.
ທ່ານ​ປະ​ທານ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ ຮຸນ​ແຊນ ສົ່ງ​ຈົດ​ໝາຍ​ຂອບ​ໃຈ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຮຸນແຊນ  (ພາບປະກອບ)

ໃນຈົດໝາຍສະບັບດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຮຸນແຊນ  ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະ ປະຊາຊົນ ຫວຽດນາມ  ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ແບ່ງເບົາກັບ ກຳປູເຈຍ ໃນທຸກສະພາບການ. ທ່ານນາຍົກລັດຖະມົນຕີ ກຳປູເຈຍ ກໍຊົມເຊີຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຢ່າງວ່ອງໄວ ແລະ ມີປະສິດທິຜົນຂອງ ຫວຽດນາມ, ຄວາມຮັບຜິດຊອບ ກໍຄືການປະກອບສ່ວນຂອງ ຫວຽດນາມ ໃນວຽກງານສະກັດກັ້ນໂລກລະບາດທົ່ວໂລກ ດ້ວຍການໜູນຊ່ວຍປະຊາຄົມສາກົນ, ໃນນັ້ນ ມີ ກຳປູເຈຍ.

ທີ່ການໂອ້ລົມສົນທະນາອອນລາຍ ໃນຕອນເຊົ້າວັນທີ 22 ເມສາ ກັບທ່ານລັດຖະມົນຕີກະຊວງສາທາລະນະສຸກ ກຳປູເຈຍ Mam Bunheng, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັ່ງລອງ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍເຄື່ອງຊ່ວຍຫາຍໃຈ ຈຳນວນ 800 ເຄື່ອງ ແລະ ຜ້າອັດປາກອັດດັງຈຳນວນກວ່າ 2 ລ້ານອັນ ໃຫ້ແກ່ ກຳປູເຈຍ. ກ່ອນໜ້ານັ້ນ, ວັນທີ 19 ເມສາ, ຫວຽດນາມ ໄດ້ມອບເງິນຈຳນວນ 300.000 USD ເພື່ອໜູນຊ່ວຍ ກຳປູເຈຍ ໃນການປ້ອງກັນ - ສະກັດກັ້ນໂລກລະບາດໂຄວິດ - 19.

ວັນໂດະ ແລະ ເຕີມຮ໊ຽວ - ນັກຂ່າວ VOV ປະຈຳ ກຳປູເຈຍ.


ຕອບກັບ

ຂ່າວ/ບົດ​ອື່ນ