ທ່ານປະທານສະພາຕໍ່າ Duma ສະຫະພັນລັດເຊຍ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

(VOVWORLD) -ການຢ້ຽມຢາມ ເລີ່ມຕົ້ນແຕ່ວັນທີ 23 – 24  ທັນວາ 2018
ທ່ານປະທານສະພາຕໍ່າ Duma ສະຫະພັນລັດເຊຍ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານ Vyacheslav Viktorovich Volodin ປະທານສະພາຕໍ່າ Duma ແຫ່ງສະຫະພັນລັດເຊຍ (ພາບ:TTXVN) 

ວັນທີ 23 ທັນວາ, ຄະນະຜູ້ແທນຂັ້ນສູງສະພາຕໍ່າ Duma; ສະພາແຫ່ງຊາດ ສະຫະພັນລັດເຊຍ ໂດຍທ່ານ Vyacheslav Viktorovich Volodin ປະທານສະພາຕໍ່າ Duma ແຫ່ງສະຫະພັນລັດເຊຍ ໄດ້ນໍາໜ້າຄະນະຜູ້ແທນເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ການຢ້ຽມຢາມ ເລີ່ມຕົ້ນແຕ່ວັນທີ 23 – 24  ທັນວາ 2018, ຕາມຄໍາເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ສະພາຕໍ່າ Duma ແຫ່ງສະຫະພັນ ລັດເຊຍ ກັບສະພາແຫ່ງຊາດ ຫວຽດນາມ ເວົ້າສະເພາະ ແລະ ລະຫວ່າງສອງປະເທດ, ສອງຊາດ ຫວຽດນາມ - ສະຫະພັນ ລັດເຊຍ ເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ