ທ່າ​ນ​ປະ​ທານ​ສະ​ພາ​ສູງ ອົດ​ສະ​ຕາ​ລີ ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ສອງ​ຝ່າຍ​ກັບ ຫວຽດ​ນາມ

(VOVWORLD) -ທ່ານນາງ Sue Lines ຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນການພົວພັນກັບ ຫວຽດນາມ; ພ້ອມທັງເນັ້ນໜັກ ສອງປະເທດຍັງມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາສາຍພົວພັນໃນໄລຍະຈະມາເຖິງໃຫ້ຫຼາຍກວ່າອີກ.
ທ່າ​ນ​ປະ​ທານ​ສະ​ພາ​ສູງ ອົດ​ສະ​ຕາ​ລີ ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ສອງ​ຝ່າຍ​ກັບ ຫວຽດ​ນາມ - ảnh 1ທ່ານ ຫງວຽນເຕິດແທັ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ແລະ ທ່ານນາງ Sue Lines ປະທານສະພາສູງ ອົດສະຕາລີ (ພາບ: TTXVN)

ທີ່ການຕ້ອນຮັບທ່ານ ຫງວຽນເຕິດແທັ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ເຂົ້າຢ້ຽມຂ່ຳນັບໃນວັນທີ 27 ກັນຍາ, ທ່ານນາງ Sue Lines ປະທານສະພາສູງ ອົດສະຕາລີ ຄົນໃໝ່ ໄດ້ເນັ້ນໜັກວ່າ ລັດຖະບານ ພັກແຮງງານ ຖືເປັນສຳຄັນການພົວພັນກັບ ຫວຽດນາມ ຢ່າງແທ້ຈິງ. ທ່ານນາງ Sue Lines ຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນການພົວພັນກັບ ຫວຽດນາມ; ພ້ອມທັງເນັ້ນໜັກ ສອງປະເທດຍັງມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາສາຍພົວພັນໃນໄລຍະຈະມາເຖິງໃຫ້ຫຼາຍກວ່າອີກ. ທ່ານປະທານສະພາສູງ ອົດສະຕາລີ ກໍສະແດງຄວາມຫວັງຕໍ່ເລື່ອງເປີດສາຍການບິນໂດຍກົງລະຫວ່າງສອງປະເທດ, ໂດຍສະເພາະແມ່ນນະຄອນ Perth, ເມືອງເອກ ອົດສະຕາລີ ຕາເວັນຕົກ.

        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັ່ງ ກໍແຈ້ງໃຫ້ຊາບກ່ຽວກັບ ກຸ່ມສະມຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ - ອົດສະຕີ ແລະ ຫວັງວ່າ ກຸ່ມສະມາຊິກສະພາແຫ່ງຊາດ ມິດຕະພາບ ອົດສະຕາລີ - ຫວຽດນາມ ຈະໄດ້ຮັບການສ້າງຕັ້ງຂຶ້ນໂດຍໄວ ເພື່ອສົມທົບກັນຊຸກຍູ້ການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ, ນັບທັງຜ່ານຊ່ອງການຮ່ວມມືໂດຍກົງລະຫວ່າງຄະນະສະມາຊິກສະພາແຫ່ງຊາດຂອງທັງສອງຝ່າຍ.

        ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັ່ງ ແລະ ທ່ານນາງປະທານສະພາສູງ Sue Lines ເຫັນດີສົມທົບກັນຍູ້ແຮງການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ, ມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ອົດສະຕາລີ ຄົບຮອບ 50 ປີ (1973 – 2023). ທ່ານນາງ Lines ກໍສະແດງຄວາມຫວັງວ່າ ຈະໄດ້ຕ້ອນຮັບການນຳສະພາແຫ່ງຊາດ ຫວຽດນາມ ມາຢ້ຽມຢາມ ອົດສະຕາລີ ໃນໄວໆນີ້ ແລະ ຢັ້ງຢືນວ່າ ຈະຊັ່ງຊາເລື່ອງໄປຢ້ຽມຢາມ ຫວຽດນາມ ໃນໄລຍະເວລາທີ່ເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ