ທ່ານ​ປະ​ທານ​ສະ​ພາ​ແຫ່ງງ​ຊາດ ຫວຽດ​ນາມ ເວືອງ​ດິງ​ເຫ້ວ ​ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫ່​ຍ​ອົງ​ການ​ແຮງ​ງານ​ສາ​ກົນ

(VOVWORLD) - ທ່ານຜູ້ອຳນວຍການໃຫ່ຍ ILO ຢືນຢັນວ່າ ILO ແລະ ຫວຽດນາມ ຍາມໃດກໍ່ຮັກສາການພົວພັນຮ່ວມມືອັນດີງາມ, ຍາວນານ ແລະ ມີປະສິດທິຜົນ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງງ​ຊາດ ຫວຽດ​ນາມ ເວືອງ​ດິງ​ເຫ້ວ ​ຕ້ອນ​ຮັບ​ຜູ້​ອຳ​ນວຍ​ການ​ໃຫ່​ຍ​ອົງ​ການ​ແຮງ​ງານ​ສາ​ກົນ - ảnh 1

 (ພາບ: VOV)

    ຕອນບ່າຍວັນທີ 30 ມິຖຸນາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານປະທານສະພາແຫ່ງງຊາດ ເວືອງດິງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ Gilbert F. Houngbo ຜູ້ອຳນວຍການໃຫ່ຍອົງການແຮງງານສາກົນ (ILO).  ນະທີ່ນິ້, ທ່ານປະທານສະພາແຫ່ງງຊາດ ເວືອງດິງເຫ້ວ ໃຫ້ຮູ້ວ່າ, ຫວຽດນາມ ສຸມໃສ່ 2 ເປົ້າໝາຍ 100 ປີ. ນັ້ນແມ່ນ ຮອດປີ 2030 ໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ, ຫວຽດນາມ ຈະແມ່ນປະເທດພວມພັດທະນາມີອຸດສາຫະກຳທັນສະໄໝ, ລາຍຮັບສະເລ່ຍສູງ. ສູ້ຊົນຮອດປີ 2045 ເມື່ອສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງລັດຈະກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ເພື່ອປະຕິບັດເປົ້າໝາຍນີ້ສຳເລັດ, ຫວຽດນາມ ປາດຖະໜາຢາກມີການໜູນຊ່ວຍ, ຊ່ວຍເຫຼືອຂອງບັນດາເພື່ອນມິດສາກົນ, ໃນນັ້ນມີ ILO; ສະເໜີໃຫ້ ILO ຈົ່ງໜູນຊ່ວຍກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃນການຄົ້ນຄ້ວາ, ຕີລາຄາ ແລະ ມີລັດຖະນະໂຍບາຍສຳຄັນ, ຂໍ້ລິເລີ່ມມີລັກສະນະທົ່ວໂລກ.

   ສ່ວນທ່ານຜູ້ອຳນວຍການໃຫ່ຍ ILO ຢືນຢັນວ່າ ILO ແລະ ຫວຽດນາມ ຍາມໃດກໍ່ຮັກສາການພົວພັນຮ່ວມມືອັນດີງາມ, ຍາວນານ ແລະ ມີປະສິດທິຜົນ; ທ່ານຮັບຮູ້ວ່າ ໃນ ແລະ ຫຼັງໂລກລະບາດໂຄວິດ 19, ຫວຽດນາມ ມີການຟື້ນຟູທີ່ດີ. ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາປະເທດປະສົບຜົນສຳເລັດ ໃນການຜັນຂະຫຍາຍບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ