ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ຕັດແຖບຜ້ານຳຂົວ Ben Thuy 2 ເຂົ້າເຄື່ອນໄຫວ

ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ຕັດແຖບຜ້ານຳຂົວ Ben Thuy 2 ເຂົ້າເຄື່ອນໄຫວ - ảnh 1
ພິທີ​ຕັດ​ແຖບ​ຜ້າ​ນຳ​ຂົວ Ben Thuy 2 ​ເຂົ້າ​ເຄື່ອນ​ໄຫວ
ພາບ:cpv.org.vn


(vovworld) - ຕອນ​ເຊົ້າ​ວັນ​ທີ 7/9 ຢູ່​​ເທດສະບານ Xuan An ​ເມືອງ Nghi Xuan ​ແຂວງ Ha Tinh, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ ພ້ອມ​ກັບ 2 ​ແຂວງ Nghe An ​ແລະ Ha Tinh ສົມທົບ​ກັນ​ຈັດ​ຕັ້ງ​ພິທີ​ຕັດ​ແຖບ​ຜ້າ​ນຳ​ຂົວ Ben Thuy 2 ​ເຂົ້າ​ເຄື່ອນ​ໄຫວ; ລົງມື​ກໍ່ສ້າງ​ໂຄງການ​ຍົກ​ລະດັບ​ເປີດ​ກ້ວາງ​ທາງ​ຫລວງ​ເລກ 1 A, ຕອນ​ທິດ​ໃຕ້​ຂົວ Ben Thuy. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung ​ໄດ້​ເນັ້ນ​ຫນັກ​ວ່າ: ການ​ກໍ່ສ້າງ ​ແລະ ນຳ​ຂົວ Ben Thuy 2 ​ເຂົ້າ​ເຄື່ອນ​ໄຫວ ມີ​ຄວາມ​ໝາຍ​ສຳຄັນ. ບໍ່​ພຽງ​ແຕ່​ແມ່ນ​ກິດຈະກຳ​ຄົມມະນາຄົມ​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ສຳຄັນ​ໃນ​ທາງ​ຫລວງ​ເລກ 1 A ​ເທົ່າ​ນັ້ນ, ຫາກ​ຂົວ Ben Thuy 2 ຍັງ​ປະກອບສ່ວນ​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ, ປັບປຸງ​ການ​ ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ຢູ່​ໃນ​ບໍລິ​ເວນ​ສອງ​ແຂວງ Nghe An, Ha Tinh ​ແລະ ທາງ​ທິດ​ເຫນືອ​ພາກ​ກາງ ຫວຽດນາມ. ທ່ານ ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung ​ເວົ້າ​ວ່າ:

        “ທາ​ງຫລວງ 1 A ​ໄດ້​ຮັບ​ການ​ກໍ່ສ້າງ​ບູລະນະ ຍົກ​ລະດັບ​ຢ່າງ​ລ່ຽນ​ຕິດ ​ເພື່ອ​ໃຫ້​ປະ​ຈຸ​ບັນ​ແມ່ນ​ເຊື່ອມ​ຕໍ່​ຈາກ​ພາກ​ເຫນືອ​ຕະຫລອດ​ຮອດ​ພາກ​ໃຕ້. ພວກ​ເຮົາ​ເລີ່​ມຕົ້ນ​ບູລະນະ ​ແລ​ະ ​ເປີດ​ກວ້າງ​ເສັ້ນທາງ​ນີ້​ໃນ​ໄລຍະ​​ໃຫມ່. ຂົວ​ Ben Thuy 2 ​ແລະ ​ທາງ​ບົກຈາກ​ນະຄອນ Vinh ​ໄປຍັງແຂວງ Ha Tinh ຈະ​ປະກອບສ່ວນ​ສຳຄັນ​ໃຫ້​ແກ່ທາງຫລວງ​ເລກ 1 A .”

 

ຂ່າວ/ບົດ​ອື່ນ