ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ເຂົ້າຮ່ວມພິທີ ມອບຖະຫວາຍຫິນມີຄ່າ

ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ເຂົ້າຮ່ວມພິທີ     ມອບຖະຫວາຍຫິນມີຄ່າ - ảnh 1
ພິທີມອບຮັບຫິນທີ່ມີຄ່າ
ພາບ:baomoi.com



(vovworld) - ດ້ວຍ​ຄວາມ​ເຄົາ​ລົບ​ນັບຖື ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນຢ່າງ​ສຸດ​ຊຶ້ງຕໍ່​ປະທານ​ໂຮ່ຈິ​ມິນ, ຕອນ​ເຊົ້າ​ວັນ​ທີ 4/11 ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລ​ະ ປະຊາຊົນ​ແຂວງ Nghe An ​ໄດ້​ເປັນ​ກຽດ​ມອບ​ຖະຫວາຍ​ຫິນ​ທີ່​ມີຄ່າ ປະກອບສ່ວນ​​ໃນ​ການບູລະນະປະຕິສັງຂອນ​ສຸສານ​ປະທານ​ໂຮ່ຈິ​ມິນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Nguyen Sinh Hung ​ໄດ້​ເຂົ້າ​ຮ່ວມ​ພິທີ. ​​ແຂວງ Nghe An ​ໄດ້​ຈັດ​ຕັ້ງ​ການ​ສຳ​ຫລວດ​ຢູ່​ຫລາຍ​ບ່ອນ​ເພື່ອ​ຊອກ​ຫາ​ຫິນ​ມີຄ່າ ​ແລະ ກ້ອນ​ຫິນ​ໃຫຍ່​ດັ່ງກ່າວ​ແມ່ນ​ຊອກຫາ​ໄດ້​ຢູ່ ​ພູ Cooc ບ້ານ Co ​ຕາ​ແສງ Chau Thanh ​ເມືອງ Quy Hop. ພາຍຫລັງຜະລິດ​ມາ​ເປັນ​ເວລາ​ຫລາຍ​ເດືອນ, ຄະນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ Nghe An ​​ໄດ້​ເປັນ​ກຽດ​ມອບ​ຖະຫວາຍ​ 3 ກ້ອນ​ຫິນ​​ໃຫຍ່​ທີ່​ມີຄ່າ​ດັ່ງກ່າວເພື່ອ​ວາງສະ​ແດງ​ຢູ່​ສຸສານ​ປະທານ​ໂຮ່ຈິ​ມິນ.

 

 

 

 

 

ຂ່າວ/ບົດ​ອື່ນ