ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ກົດດີວົວ ຢ້​ຽມ​ຢາມ ຫວຽດ​ນາມ

(VOVWORLD) - ໃນຂອບເຂດການຢ້ຽມຢາມ, ໃນລະຫວ່າງວັນທີ 13 - 16 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ກົດດີວົວ Adama Bictogo ໄດ້ມີການພົບປະເຈລະຈາກັບບັນດາການນຳ ຫວຽດນາມ. 
ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ກົດດີວົວ ຢ້​ຽມ​ຢາມ ຫວຽດ​ນາມ - ảnh 1ທ່ານປະທານສະພາແຫ່ງຊາດ ກົດດີວົວ Adama Bictogo

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ, ວັນທີ 13 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ກົດດີວົວ Adama Bictogo ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ສ.ກົດດີວົວ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ນີ້ກໍ່ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງປະທານສະພາແຫ່ງຊາດ ກົດດີວົວ ແລະ ກໍ່ແມ່ນການນຳຂັ້ນສູງຂອງປະເທດກົດດີວົວ ຢ້ຽມຢາມ ຫວຽດນາມ ພາຍຫຼັງ ເວລາ 48 ປີແຫ່ງວັນສອງປະເທດສ້າງຕັ້ງການພົວພັນທາງການທູດ (1975 - 2023).

ໃນຂອບເຂດການຢ້ຽມຢາມ, ໃນລະຫວ່າງວັນທີ 13 - 16 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ກົດດີວົວ Adama Bictogo ໄດ້ມີການພົບປະເຈລະຈາກັບບັນດາການນຳ ຫວຽດນາມ. ໃນນັ້ນສອງຝ່າຍຈະຕີລາຄາບັນດາມາດຕະການຊຸກຍູ້ວົງເງິນການຄ້າສອງຝ່າຍ, ຍູ້ແຮງບັນດາການເຄື່ອນໄຫວຖະແຫຼງຂ່າວ, ສົ່ງເສີມການຄ້າ, ການລົງທຶນ, ເພີ່ມທະວີການເຊື່ອມຕໍ່ບັນດາສະມາຄົມ, ວິສາຫະກິດ. ກ່ຽວກັບການຮ່ວມມືລັດຖະສະພາ, ສອງຝ່າຍຈະປຶກສາຫາລື ມາດຕະການສືບຕໍ່ເພີ່ມທະວີການຮ່ວມມືບົນຊ່ອງທາງທູດລັດຖະສະພາ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາກຳມາທິການວິຊາການຂອງສະພາແຫ່ງຊາດ, ເພີ່ມທະວີການແລກປ່ຽນສະມາຊິກລັດຖະສະພາ, ແລກປ່ຽນບົດຮຽນປະສົບການໃນການຈັດຕັ້ງບັນດາການເຄື່ອນໄຫວລັດຖະສະພາເພື່ອແນໃສ່ສືບຕໍ່ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ບັນດາອົງການຊ່ວຍວຽກ, ຮ່ວມມືກັນຕິດຕາມການປະຕິບັດຂໍ້ຕົກລົງການຮ່ວມມືທີ່ໄດ້ຮັບການລົງນາມລະຫວ່າງລັດຖະບານສອງປະເທດຢ່າງມີປະສິດທິຜົນ, ສະໜັບສະໜູນ ແລະ ເພີ່ມທະວີການເຊື່ອມຕໍ່, ການຮ່ວມມືລະຫວ່າງວິສາຫະກິດສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ