ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ: ບັນ​ດາ​ປັນ​ຍາ​ຊົນ​ດີ​ເດັ່ນ ແມ່ນ​ແບບ​ຢ່າງ​ໃສ​ແຈ້ງ​ແຜ່​ກະ​ຈາຍ, ສ້າງແຫຼ່ງ​ບັນ​ດານ​ໃຈ​ໃນ​ສັງ​ຄົມ

(VOVWORLD) - ຕອນເຊົ້າວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ຈັດພິທີເຊີດຊູປັນຍາຊົນວິທະຍາສາດ ແລະ ເຕັກໂນໂລຢີດີເດັ່ນຄັ້ງທີ 5, ເຊີດຊູປັນຍາຊົນດີເດັ່ນ 135 ຄົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ: ບັນ​ດາ​ປັນ​ຍາ​ຊົນ​ດີ​ເດັ່ນ ແມ່ນ​ແບບ​ຢ່າງ​ໃສ​ແຈ້ງ​ແຜ່​ກະ​ຈາຍ, ສ້າງແຫຼ່ງ​ບັນ​ດານ​ໃຈ​ໃນ​ສັງ​ຄົມ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ພິທີ (ພາບ: quochoi.vn)

ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເນັ້ນໜັກວ່າ ໃນຕະຫຼອດໄລຍະປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຖັນແຖວປັນຍາຊົນ ຍາມໃດກໍຮັບຖືວ່າເປັນແຫຼ່ງກຳລັງອັນປະເສີດເລີດລ້ຳຂອງຊາດ, ແມ່ນກຳລັງສຳຄັນສຳລັບການພັດທະນາ ຂອງປະເທດຊາດ. ດັ່ງນັ້ນ, ເລື່ອງເຊີດຊູບັນດາປັນຍາຊົນດີເດັ່ນບໍ່ພຽງແຕ່ຮັບຮູ້ບັນດາການປະກອບສ່ວນຂອງຖັນແຖວປັນຍາຊົນເທົ່ານັ້ນ ຫາກຍັງແຜ່ກະຈາຍບັນດາແບບຢ່າງອັນໃສແຈ້ງ, ສ້າງແຫຼ່ງບັນດານໃຈໃຫ້ແກ່ສັງຄົມ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ:

        “ສະຫະພັນບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ ດ້ວຍມູນເຊື້ອສາມັກຄີ, ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ສືບຕໍ່ເປັນແກ່ນສານສັງລວມ, ສາມັກຄີ, ເສີມຂະຫຍາຍກຳລັງປະດິດຄິດສ້າງຂອງຖັນແຖວປັນຍາຊົນວິທະຍາສາດ, ເຕັກໂນໂລຢີຢູ່ພາຍໃນ ແລະ ຕ່າງປະເທດ, ຍູ້ແຮງ ແລະ ຍົກສູງຄຸນນະພາບບັນດາຂະບວນການແຂ່ງຂັນຮັກຊາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການພົວພັນຕ່າງປະເທດ”

             

ເລຕວຽດ

ຕອບກັບ

ຂ່າວ/ບົດ​ອື່ນ