ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ ເດີນທາງມາຢ້ຽມຢາມ ນະຄອນ ໂຮ່ຈີມິນ, ຫວຽດນາມ ຢ່າງເປັນທາງການ

(VOVWORLD) -ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin Pyo ນັບແຕ່ໄດ້ຮັບຕຳແໜ່ງ (ເດືອນກໍລະກົດ 2022)
ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ ເດີນທາງມາຢ້ຽມຢາມ ນະຄອນ ໂຮ່ຈີມິນ, ຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin Pyo
(ພາບ: Yonhap/TTXVN)

ຕອນຄ່ຳ ວັນທີ 12 ມັງກອນ, ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin Pyo ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ສ.ເກົາຫຼີ ໄດ້ມາຮອດນະຄອນໂຮ່ຈີມິນ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Kim Jin Pyo ນັບແຕ່ໄດ້ຮັບຕຳແໜ່ງ (ເດືອນກໍລະກົດ 2022) ແລະ ເປັນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງການນຳຂັ້ນສູງ ສ.ເກົາຫຼີ ພາຍຫຼັງສອງປະເທດ ໄດ້ຍົກລະດັບການພົວຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນ ເດືອນທັນວາ 2022. ການຢ້ຽມຢາມໄດ້ສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ອົງການນິຕິບັນຍັດ ຂອງສອງປະເທດກວ່າເກົ່າ, ນຳເອົາການຮ່ວມມືລະຫວ່າງລັດຖະສະພາສອງຝ່າຍໃຫ້ ນັບມື້ນັບມີປະສິດທິຜົນ, ແທດຈິງ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ