ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສປປ ລາວ

ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສປປ ລາວ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ຕ້ອນຮັບ
​ທ່ານ ສົມ​ພັນ ​ແພງ​ຄຳ​ມີ, ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ)


(vovworld) - ຕອນ​ບ່າຍ​ວັນ​ທີ 11/3, ທີ່ສຳນັກງານ​ຫ້ອງວ່າການ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ຕ້ອນຮັບຄະນະ​ຜູ້​ແທນ​ຂັ້ນສູງ​ສະພາ​ແຫ່ງ​ຊາດ ສປປ ລາວ ​ໂດຍ​ທ່ານ ສົມ​ພັນ ​ແພງ​ຄຳ​ມີ, ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ລາວ, ​ເປັນ​ຫົວໜ້າຄະນະ, ທີ່ພວມ​​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ໃຫ້ບຸລິມະສິດ​ສູງສຸດ​ໃຫ້​ແກ່​ການ​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານກັບ ສປປ ລາວ. ​ສະພາ​ແຫ່ງ​ຊາດ ຫວຽດນາມ ຈະ​ຍູ້​​ແຮງ​ວຽກງານ​ຕິດຕາມ​ກວດກາ, ຊຸກຍູ້​ລັດຖະບານ​ໃນ​ການ​ຊີ້ນຳ​ບັນດາ​ກະຊວງ, ຂະ​ແໜງການ​ທ້ອງ​ຖິ່ນຕ່າງໆ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ສຶກສາ - ບຳລຸງ​ສ້າງ, ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ ກັບ​ ສປປ ລາວ ​ເພື່ອ​ສ້າງ​ການ​ປ່ຽນ​ແປງ​ຢ່າງ​ຈະ​ແຈ້ງ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກ້າວ​ເຂົ້າສູ່​ລວງ​ເລີກ​ຕາມ​ທິດ​ແທດ​ຈິງ ​ແລະ ມີປະສິດທິ​ຜົນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ສະ​ເໜີ​ໃຫ້​ອົງການ​ນິຕິບັນຍັດ​ສອງ​ປະ​ເທດ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາໝາກຜົນ​ທີ່​ບັນລຸ​ໄດ້, ໜູນຊ່ວຍ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ ​ໃນ​ບັນດາ​ເວທີ​ປາ​ໄສ​ລັດຖະສະພາໂລກ, ກໍ່​ຄື​ເພີ່ມ​ພູນ​ຄຸນ​ສ້າງ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ລະຫວ່າງ​ສອງ​ຊາດ.

   ສ່ວນ​ທ່ານສົມ​ພັນ ​ແພງ​ຄຳ​ມີ ປາດ​ຖະໜາ ຫວຽດນາມຈະໜູນຊ່ວຍບົດຮຽນ​ໃນ​ການ​ຈັດຕັ້ງ, ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ; ​ໂຄງ​ປະກອບ​ການຈັດຕັ້ງ ​ແລະ ບຸກຄະ​ລາກອນຂອງ​ສະພາ​ປະຊາຊົນ, ກໍ່​ຄື​ລະບົບ​ອົງການ​ຈັດຕັ້ງຂອງຫ້ອງການສະພາ​ປະຊາຊົນ​ແຂວງ; ນະຄອນ ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ