ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ຕ້ອນຮັບເອກອັກຄະລັດຖະທູດ ປະຈຳຕ່າງປະເທດ

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ຕ້ອນຮັບເອກອັກຄະລັດຖະທູດ ປະຈຳຕ່າງປະເທດ - ảnh 1
( ພາບ : http://news.go.vn)

ຕອນ​ບ່າຍ​ວັນ​ທີ 15 ທັນວາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ​ໄດ້​ຕ້ອນຮັບບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວ​ໜ້າ​ອົງການ​ຕາງ​ໜ້າ ຫວຽດນາມ ປະຈຳ​ຕ່າງປະ​ເທດ​ເກືອບ 100 ທ່ານ ​ເນື່ອງ​ໃນ​ໂອກ​າດບັນດາ​ຜູ້​ແທນ​ກັບ​ເມືອ​ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ການ​ຕ່າງປະ​ເທດ​ຄັ້ງ​ທີ່ 27 ຢູ່ ຮ່າ​ໂນ້ຍ. ທ່ານ​ປະທານສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຖື​ວ່າ: ບັນດາເອກ​ອັກຄະ​ລັດຖະທູດ, ຫົວ​ໜ້າ​ອົງການ​ຕ່າງ​ໜ້າ ຫວຽດນາມ ປະຈຳ​ຕ່າງປະ​ເທດ​​ແມ່ນ​ຜູ້​ທຳອິດ​ທີ່​ສົ່ງ​ສານ​ຂອງ​ພັກ, ລັດ ​ແລະ ປຊຊ ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ, ສືບ​ຕໍ່​​ປຸກລະດົມ​ການ​ສະໜັບ​ສະໜູນ​ໃຫ້​ແກ່​ຂະ​ບວນ​ວິວັດ​​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ, ພາລະກິດ​ຫັນ​ປະ​ເທດ​ຊາດເປັນປະ​ເທດ​ອຸກ​ສາ​ຫະກຳ​ ​ແລະ ທັນ​ສະ​​ໄໝ​. ພ້ອມ​ກັນ​ນັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກໍ່​ສະ​ເໜີ​ໃຫ້ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວ​ໜ້າ​ອົງການ​ຕາງ​ໜ້າ ຫວຽດນາມ ປະຈຳ​ຕ່າງປະ​ເທດຈົ່ງສືບ​ຕໍ່​ໂຄສະນາ​​ແຜນນະ​ໂຍບາຍ, ນະ​ໂຍບາຍ​ຕ່າງ​ໆ​ຂອງ​ພັກ ​ແລະ ລັດເຖິງວົງ​ຄະນະ​ຍາດ​ຊາວ ​ຫວຽດນາມ​ ທີ່ພວມອາ​ໄສ​ຢູ່​ຕ່າງປະ​ເທດ. ທ່ານ​ປະທານສະພາ​ແຫ່ງ​ຊາດກໍ່​ສະເໜີ​ໃຫ້​ຂະ​ແໜງ​ການ​ທູດ​ປະຕິບັດແນວທາງ​​ການຕ່າງປະ​ເທດ​​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​​ບັນດາ​ສາຍ​ພົວພັນ​ກັບ​ສາກົນເປັນຫຼາຍຝ່າຍ, ຫຼາຍ​ຮູບ​​ຫຼາຍແບບຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ຍາມ​​ໃດ​ກໍ່​ຖື​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ​, ​ເປັນສຳຄັນ​ເພື່ອ​ແກ້​ໄຂ​ບັນດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດ​ການ​ຕ່າງປະ​ເທດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ.

 “ ການພົວພັນຢູ່​ພາຍ​ໃນ ​ແລະ ການພົວພັນກັບຕ່າງປະ​ເທດ​ແມ່ນ 2 ຂົງເຂດທີ່ສຳຄັນຂອງ​ປະ​ເທດ​​ໜື່ງ, ການ​ພົວພັນ​ພາຍ​ໃນ​ປະ​ເທດ​​ຕັດສິນຜົນສຳເລັດ ແລະ ສ້າງທ່ວງທ່າໃຫ້ແກ່ການ​ພົວພັນ​ກັບ​ຕ່າງປະ​ເທດ. ການ​ພົວພັນ​ກັບ​ຕ່າງປະ​ເທດ​ກໍ່​​ສາມາດຕັດສິນ​​ ແລະ ​ປະກອບສ່ວນ​ໃຫ້​ແກ່ຜົນສຳ​ເລັດ​ຂອງ​ການ​ພົວພັນພາຍ​ໃນ​ປະ​ເທດ. ບົດ​ບາດ​ຂອງ​ເອກ​ອັກຄະ​ລັດຖະທູດ ​ແລະ ອົງການ​ຕາງ​ໜ້າ​ການ​ທູດ ນັບ​ທັງ​ອົງການ​ສື່​ມວນ​ຊົນ​ລ້ວນ​ແຕ່​ປະກອບສ່ວນ​ສຳ​ຄັນ​ເຂົ້າ​ໃນກຳລັງແຮງພາຍ​ໃນ, ​ເຕົ້າໂຮມ​ກຳ​ລັງ​ຈາກພາຍ​ນອກ. ກຳລັງແຮງພາຍ​ໃນ​ໄດ້​ສ້າງ​ທ່ວງທ່າ​ໃຫ້​ແກ່​ພວກ​ທ່ານ ແຕ່​ກຳລັງແຮງ​ພາຍນອກກໍ່ໄດ້ສ້າງ​ທ່ວງທ່າ ແລະ ກຳລັງສັງລວມ​ເພື່ອ​ຊ່ວຍ​ໃຫ້ພວກ​ເຮົາ​ບັນລຸ​​ບັນດາ​ຜົນສຳ​ເລັດຢ່າງຈົບງາມ  ” .

ຂ່າວ/ບົດ​ອື່ນ