ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສືບຕໍ່ເຄື່ອນໄຫວຢ້ຽມຢາມ ມຽນມາ

ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສືບຕໍ່ເຄື່ອນໄຫວຢ້ຽມຢາມ ມຽນມາ - ảnh 1
(ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສະພາ​ແຫ່ງ​ຊາດ​ສະຫະພັນ​ມຽນມາ)

(vovworld) - ​ໂດຍ​ສືບ​ຕໍ່​ການ​ເຄື່ອນໄຫວໄປ​ຢ້ຽມຢາມ​ມຽນມາ, ຕອນ​ບາຍວັນ​ທີ 25/7, ທ່ານປະທານ ສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານ​ລັດຖະສະພາ​ເຂດ​ຢັງ​ກຸງ ​ແລະ ​ເຈົ້າຄອງ​ນະຄອນ​ຢັງ​ກຸງ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ, ​ໃນ​ນັ້ນມີ​ນະຄອນ​ໂຮ່ຈີ​ມິນ ​ແລະ ນະຄອນ​ຢັງກຸງ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ບັນດາ​ຈຸດ​ທີ່​ຄ້າຍຄື​ກັນ​ທາງ​ດ້ານ​ພູມິ​ປະ​ເທດ ​ແລະ ທ່າ​ແຮງ​ດ້ານ​ເສດຖະກິດ, 2 ນະຄອນ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ບໍລິການ, ທ່ອງ​ທ່ຽວ, ​ເຕັກ​ໂນ​ໂລ​ຢີຜະລິດ.... ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ. ທ່ານປະທານສະພາ ແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ສະ​ເໜີ​ທ່ານ​ເຈົ້າຄອງນະຄອນຈົ່ງກະທົບເຖິງລັດຖະບານມຽນມາ ເພື່ອພິຈາລະນາ, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດຫວຽດນາມໄປລົງທຶນຢູ່ ມຽນມາ, ພິ​ເສດ​ແມ່ນ​ບັນດາ​ໂຄງການ​ລົງທຶນ​ຢູ່​ເຂດ​ຢັງ​ກຸງ ​​ໃຫ້ໄດ້ຜັນ​ຂະຫຍາຍ​ປະຕິບັດ​ຢ່າງ​ສະດວກ ​ແລະ ວ່ອງ​ໄວ. ກ່ອນໜ້ານັ້ນ ຄືໃນຕອນ​ເຊົ້າ​ວັນ​ທີ 25/07, ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ບົດ​ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ສະພາ​ແຫ່ງ​ຊາດ​ສະຫະພາບ ມຽນມາ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຢືນຢັນ​ວ່າ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ສະໜິດ​ແໜ້ນ​ລະຫວ່າງ​ຫວຽດນາມ - ມຽນມາ ຈະ​ນັບ​ມື້​ນັບ​ພັດທະນາ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ເຊື່ອ​ໝັ້ນ​ວ່າ ສະພາ​ແຫ່ງ​ຊາດ​ ​ມຽນມາ ຈະ​ຮ່ວມເດີນທາງ​ພ້ອມ​ກັບ​ລັດຖະບານ​ມຽນມາ ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃຫ້ຈະ​ເລີ​ນຮຸງ​ເຮືອງ, ນຳ​ມາ​ເຊິງຄວາມ​ອີ່​ມໜຳສຳ​ລານ​ ແລະ ສົມບູນພຸນສຸກໃຫ້​ແກ່​ປະຊາຊົນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ.

        “​ເລື່ອງ​ສືບ​ຕໍ່​ເພີ່ມ​ທະວີ, ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ມຽນມາ ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ຕ້ອງານພັ​ດທະນາ​ຢ່າງ​ພາວະ​ວິ​ໄສ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ, ​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ການ​ນຳ 2 ປະ​ເທດ, ​ແມ່ນ​ປັດ​ໃຈ​ຮັບປະກັນ​ປະຕິບັດ​ວິວັດ​ການ​ປ່ຽນ​ໃໝ່ ​ແລະ ພັດທະນາ​ຂອງ​ແຕ່ລະ​ປະ​ເທດ​ຢ່າງ​ມີ​ໄຊອີກ​ດ້ວຍ; ພ້ອມ​ທັງປະກອບສ່ວນ​ຮັກສາ, ປັບປຸງ​ສັນຕິພາບ, ສະຖຽນ​ລະ​ພາບ, ການຮ່ວມ​ມື ​ແລະ ວັດທະນາ​ຖາ​ອວນ​ຢູ່​ພາກ​ພື້ນ ​ແລະ ​​ໃນໂລກອີກດ້ວຍ”.
ຂ່າວ/ບົດ​ອື່ນ