ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເລີ່ມຕົ້ນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເລີ່ມຕົ້ນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ​ເລີ່​ມຕົ້ນການ​ຢ້ຽ​ມຢາມ ສ​.ອີ​ຕາ​ລີ)

(vovworld) – ຕອນ​ຄໍ່າ​ວັນ​ທີ 19/3, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​​ໄດ້​ໄປ​ຮອດ​ນະຄອນຫຼວງ ​ໂຣມ(Roma), ​ເລີ່​ມຕົ້ນການ​ຢ້ຽ​ມຢາມ ສ​.ອີ​ຕາ​ລີ ຢ່າງ​ເປັນ​ທາງ​ການຕາມ​ຄຳ​ເຊີນຂອງ​ທ່ານນາງ​ປະທານ​ສະພາ​ຕຳ່ ສ​.ອີ​ຕາ​ລີ Laura Boldrini. ພິທີ​ຕ້ອນຮັບທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ​ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສົມ​ກຽດຢູ່​ສະໜາມບິນ​ດ້ວຍ​ການ​ຕ້ອນຮັບ​ທີ່ອົບ​ອຸ່ນຂອງ​ຮອງ​ຫົວໜ້າ​ກຳມາທິການ​ການ​ຕ່າງປະ​ເທດສະພາ​ຕຳ່ ສ​.ອີ​ຕາ​ລີ, ​ທ່ານເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອີ​ຕາ​ລີ ພ້ອມ​ກັບ​ຜູ້​ຕາງໜ້າ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສຢູ່ ອີ​ຕາ​ລີ.

      ການ​ຢ້ຽມຢາມ ອີ​ຕາ​ລີ ຢ່າງ​ເປັນ​ທາງ​ການຂອງທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ແລະ ຄະນະ​ຜູ້​ແທນ​ຂັ້ນສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ຄັ້ງນີ້​ແນ​ໃສ່​ປັບປຸງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອີ​ຕາ​ລີ ​ເຊີ່ງ​ຫາ​ກໍ່​ໄດ້​ຮັບ​ການສ້າງຕັ້ງ​ເມື່ອປີ 2013, ກໍ່​ຄື​ຮັດ​ແໜ້ນສາຍ​ພົວພັນ​ລະຫວ່າງສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ. ຜ່ານ​ການ​ຢ້ຽມຢາມ​ຄັ້ງນີ້, ສອງ​ປະ​ເທດ​ຫວັງ​ວ່າ​ຈະ​ເປີດ​ບາດກ້າວ​ພັດທະນາໃໝ່​ໃນ​ການ​ພົວພັນ, ພິ​ເສດ​ແມ່ນ​ສາຍ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ.

     ຕອນ​ຄຳ່​ວັນ​ທີ 20/3, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ພົບ​ປະ​ເຈລະຈາ​ກັບທ່ານ​ປະທານ​ສະພາ​ສູງ ສ.ອີ​ຕາ​ລີ Pietro Grasso ​ແລະ ພົ​ບປະ​ບັນດາ​ພະນັກງານ​ສະຖານທູດ ຫວຽດນາມ ປະຈຳ ອີ​ຕາ​ລີ, ຜູ້​ຕາງໜ້າ​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ອີ​ຕາ​ລີ.

ຂ່າວ/ບົດ​ອື່ນ