ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ພົບ​ປະ​ກັບ​ກຸ່ມ​ວິ​ສາ​ຫະ​ກິດ ອັງ​ກິດ ລົງ​ທຶນ​ຢູ່ ຫວຽດ​ນາມ

(VOVWORLD) -       ວັນທີ 30 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານ Kenneth Atkinson - ປະທານ Britcham ພ້ອມດ້ວຍຜູ້ຕາງໜ້າບາງກຸ່ມບໍລິສັດ, ກອງທຶນການລົງທຶນຂອງ ອັງກິດ ທີ່ພວມທຳມາຫາກິນດຳເນີນທຸລະກິດຢູ່ ຫວຽດນາມ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ພົບ​ປະ​ກັບ​ກຸ່ມ​ວິ​ສາ​ຫະ​ກິດ ອັງ​ກິດ ລົງ​ທຶນ​ຢູ່ ຫວຽດ​ນາມ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ສະເໜີເລື່ອງມີບາງອົງການຈັດຕັ້ງຂອງສະພາແຫ່ງຊາດ ຫວຽດນາມ ທີ່ເຮັດວຽກກັບ Britcham, ຈັດກອງປະຊຸມສົນທະນາກັບວິສາຫະກິດ, ຜ່ານນັ້ນປະກອບສ່ວນແກ້ໄຂຂໍ້ອຸດຕັນ, ຍົກສູງກຳລັງຄວາມສາມາດຄຸ້ມຄອງບໍລິຫານຂອງວິສາຫະກິດ, ປະກອບສ່ວນຍົກສູງກຳລັງຄວາມສາມາດບໍລິຫານຂອງປະເທດຊາດບົນເນື້ອໃນຈິດໃຈຕ່າງຝ່າຍມີຜົນປະໂຫຍດ.

        ສ່ວນທ່ານ Kenneth Atkinson ປະທານສະພາດຳເນີນທຸລະກິດ ອັງກິດ BritCham ໃຫ້ຮູ້ວ່າ  ບັນດາບໍລິສັດຂອງ ອັງກິດ ພວມນຳມາເຊິ່ງວຽກເຮັດງານທຳໃຫ້ແກ່ແຮງງານ ຫວຽດນາມ ນັບຫຼາຍພັນຄົນ, ສ້າງມູນຄ່າສົ່ງອອກນັບຫຼາຍລ້ານ USD ກໍຄື ປະກອບສ່ວນຫຼາຍຢ່າງເຂົ້າໃນຂົງເຂດການເງິນ, ການສຶກສາ. ທ່ານປະທານ BritCham ຖືວ່າ, ສອງຝ່າຍອາດຈະສົມທົບກັນເພື່ອແກ້ໄຂບັນດາສິ່ງທ້າທາຍທົ່ວໂລກເປັນຕົ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ, ການຂາດຄວາມຍຸຕິທຳ ແລະ ພັດທະນາພະລັງງານຜະລິດຄືນໃໝ່.

        ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ຕ້ອນຮັບທ່ານສາດສະດາຈານ Maggie Dallman, ຮອງອະທິການບໍດີ Imperial College London.

ເລຕວຽດ

ຕອບກັບ

ຂ່າວ/ບົດ​ອື່ນ