ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ​ຢູ່​ແຂວງ ອຽນ​​ບ໋າຍ

(VOVWORLD) - ຕອນຄ່ຳວັນທີ 31 ມັງກອນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ຄະນະປະຕິບັດງານໄດ້ພົບປະ, ອວຍພອນອຳນາດການປົກຄອງ, ປະຊາຊົນແຂວງ ອຽນບ໋າຍ ເນື່ອງໃນໂອກາດບຸນປີໃໝ່.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ​ຢູ່​ແຂວງ ອຽນ​​ບ໋າຍ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ໃນການເຄື່ອນໄຫວຢ້ຽມຢາມ, ອວຍພອນປີໃໝ່ປະຈຳຊາດ ຫວຽດນາມ ປີມະໂລງ 2024 ຢູ່ ແຂວງ ອຽນບ໋າຍ, ຕອນຄ່ຳວັນທີ 31 ມັງກອນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ຄະນະປະຕິບັດງານໄດ້ພົບປະ, ອວຍພອນອຳນາດການປົກຄອງ, ປະຊາຊົນແຂວງ ອຽນບ໋າຍ ເນື່ອງໃນໂອກາດບຸນປີໃໝ່. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າ:

        “ແຂວງ ອຽນບາຍ ປະຕິບັດວຽກງານການສຶກສາເຄິ່ງກິນນອນໃຫ້ນັກຮຽຊົນເຜົ່າສ່ວນໜ້ອຍໄດ້ເປັນຢ່າງດີ ແລະ ຕ້ອງຮັກສາວຽກງານນີ້ໄວ້, ເພາະວ່າ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ພໍ່ແມ່ພີ່ນ້ອງຊາວເຜົ່າສ່ວນໜ້ອຍ ແມ່ນປັດໄຈສຳຄັນ. ພິເສດ, ຂ້າພະເຈົ້າມີຄວາມປະທັບໃຈຫຼາຍ ເພາະວ່າ ແຂວງ ອຽນບ໋າຍ ແມ່ນແຂວງທຳອິດທີ່ວາງອອກຄາດໝາຍກ່ຽວກັບດັດຊະນີຄວາມສຸກເຂົ້າໃນມະຕິກອງປະຊຸໃຫຍ່ມອົງຄະນະພັກແຂວງ. ປີ 2023, ດັດຊະນີຄວາມສຸກຂອງປະຊາຊົນແຂວງ ອຽນບາຍ ບັນລຸ 65,6% ເພີ່ມຂຶ້ນກວ່າ 12% ເມື່ອທຽບໃສ່ຕົ້ນສະໄໝ. ນີ້ກໍແມ່ນບົດຮຽນໜຶ່ງທີ່ຕ້ອງຄົ້ນຄວ້າ”.

        ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກໍເນັ້ນໜັກເຖິງໜ້າທີ່ເບິ່ງແຍງດູແລ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ສືບຕໍ່ເພີ່ມທະວີວຽກງານກໍ່ສ້າງພັກ ແລະ ລະບົບການເມືອງທີ່ປອດໃສ, ໝັ້ນຄົງເຂັ້ມແຂງ; ເອົາໃຈໃສ່ເບິ່ງແຍງດູແລບັນດາຄອບຄົວເປົ້າໝາຍນະໂຍບາຍ, ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ, ບັນດາຄອບຄົວທຸກຍາກ; ກະກຽມບັນດາເງື່ອນໄຂດີທີ່ສຸດເພື່ອຮັບໃຊ້ປະຊາຊົນ ຕ້ອນຮັບລະດູບານໃໝ່, ຕ້ອນຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນ, ປອດໃສ, ປອດໄພ, ປະຢັດ ແລະ ອົບອຸ່ນ.

ເລຕວຽດ

ຕອບກັບ

ຂ່າວ/ບົດ​ອື່ນ