ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ສະເຫນີ ສອງຝ່າຍຜັນຂະຫຍາຍຖະແຫລງການຮ່ວມ ແລະ ແຜນການເຄື່ອນໄຫວ ຫວຽດນາມ - ອາເມລິກາ ຢ່າງມີປະສິດທິຜົນ ເພື່ອມຸ່ງໄປເຖິງການສະເຫລີມສະຫລອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດສອງປະເທດໃນປີ 2025. 
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ. ພາບ:VOV

ຕອນບ່າຍວັນທີ 15 ສິງຫາ, ຢູ່ ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ໄດ້ໃຫ້ການຕ້ອນຮັບທ່ານ Marc Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ຢືນຢັນ: ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ເປັນຄູ່ຮ່ວມມືລະດັບສຳຄັນຍຸດທະສາດ ແລະ ຊົມເຊີຍ ອາເມລິກາ ສືບຕໍ່ໃຫ້ຄຳໝັ້ນສັນຍາສະຫນັບສະຫນູນ ປະເທດ ຫວຽດນາມ ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຈະເລີນຮຸ່ງເຮືອງ ວັດທະນາຖາວອນ. ບັນດາກຸ່ມສະມາຊິກສະພາແຫ່ງຊາດ ສອງປະເທດ, ບັນດາສະມາຊິກສະພາແຫ່ງຊາດສອງປະເທດ ໄດ້ເພີ່ມທະວີການແລກປ່ຽນໃນວຽກງານສ້າງກົດໝາຍ ແລະ ຕິດຕາມກວດກາບັນດາຂໍ້ຕົກລົງຊື່ງສອງຝ່າຍໄດ້ລົງນາມ.

ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ສະເຫນີ ສອງຝ່າຍຜັນຂະຫຍາຍຖະແຫລງການຮ່ວມ ແລະ ແຜນການເຄື່ອນໄຫວ ຫວຽດນາມ - ອາເມລິກາ ຢ່າງມີປະສິດທິຜົນ ເພື່ອມຸ່ງໄປເຖິງການສະເຫລີມສະຫລອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດສອງປະເທດໃນປີ 2025. ສະພາແຫ່ງຊາດສອງປະເທດ ຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ.

ທ່ານປະທານສະພາແຫ່ງຊາດ ສະເຫນີ ອາເມລິກາ ສືບຕໍ່ພິຈາລະນາຕັ້ງຫນ້າຮັບຮອງຂໍ້ກຳນົດກົດລະບຽບເສດຖະກິດການຕະຫລາດຂອງ ຫວຽດນາມ.

ທ່ານເອກອັກຄະລັດຖະທູດ ອາເມລິກາ Marc Knapper ໃຫ້ຮູ້ວ່າ ຈະຕິດຕໍ່ກັບບັນດາກະຊວງ, ຂະແຫນງການກ່ຽວຂ້ອງເພື່ອພ້ອມກັນແລກປ່ຽນ, ແກ້ໄຂກ່ຽວກັບບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ