ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ເຂົ້າຮ່ວມພິທີສະເຫລີມສະຫລອງ 30 ປີແຫ່ງວັນສ້າງຕັ້ງອົງການກວດສອບແຫ່ງລັດ

(VOVWORLD) -ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ ຮ່າໂນ້ຍ, ອົງການກວດສອບແຫ່ງລັດໄດ້ຈັດຕັ້ງພິທີສະເຫລີມສະຫລອງ 30 ປີແຫ່ງວັນສ້າງຕັ້ງ (1994- 2024) ແລະ ຮັບຫລຽນໄຊແຮງງານຊັ້ນຫນຶ່ງ. 
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ເຂົ້າຮ່ວມພິທີສະເຫລີມສະຫລອງ 30 ປີແຫ່ງວັນສ້າງຕັ້ງອົງການກວດສອບແຫ່ງລັດ - ảnh 1ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ກ່າວຄຳເຫັນທີ່ພິທີ. ພາບ: VOV

ກ່າວຄຳເຫັນທີ່ພິທີ, ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ຕີລາຄາສູງຄວາມມານະພະຍາຍາມ ແລະ ບັນດາຜົນງານພົ້ນເດັ່ນຂອງອົງການກວດສອບແຫ່ງລັດທີ່ບັນລຸໄດ້ໃນໄລຍະຜ່ານມາ ແລະ ສະເຫນີ ໄລຍະຈະມາເຖິງ, ຂະແຫນງສຸມໃສ່ບຸລິມະສິດປະຕິບັດບັນດາຄາດໝາຍຈຸດສຸມຂອງຍຸດທະສາດພັດທະນາອົງການກວດສອບແຫ່ງລັດຮອດປີ 2030.

ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ສະເຫນີ: ອົງການກວດສອບ ຄວນເພີ່ມທະວີ ແລະ ຍົກສູງປະສິດທິຜົນການສົມທົບລະຫວ່າງ ອົງການກວດສອບແຫ່ງລັດກັບບັນດາອົງການຂອງສະພາແຫ່ງຊາດ ແລະອົງການກ່ຽວຂ້ອງ; ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດກວດສອບແຫ່ງລັດ; ປັບປຸງທີ່ຕັ້ງ, ອິດທິພົນຊື່ສຽງຂອງອົງການກວດສອບແຫ່ງລັດໃນລະບົບບັນດາອົງການລັດ ຫວຽດນາມ ແລະໃນລະບົບບັນດາອົງການກວດສອບສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ