ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ ສະ​ຫະ​ພັນ ລັດ​ເຊຍ ຢ່າງ​ເປັນ​ທາງ​ການ

(VOVWORLD) - ຕອນເຊົ້າວັນທີ 8 ກັນຍາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເດີນທາງໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 3 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ຫວຽດນາມ - ສະຫະພັນ ລັດເຊຍ ແຕ່ວັນທີ 8 – 10 ກັນຍາ.
ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ ເດີນ​ທາງ​ໄປ​ຢ້ຽມ​ຢາມ​ ສະ​ຫະ​ພັນ ລັດ​ເຊຍ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເດີນທາງໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ (ພາບ: VOV)

ການຢ້ຽມຢາມໄດ້ຮັບການປະຕິບັດຕາມຄຳເຊີນຂອງທ່ານປະທານສະພາຕ່ຳດູມາ ລັດເຊຍ Vyacheslav Victorovich Volodin  ແລະ ທ່ານປະທານສະພາສູງສະຫະພັນ ລັດເຊຍ Valentina Invanovna Matvienko.

        ນີ້ແມ່ນການຢ້ຽມຢາມ ລັດເຊຍ ຢ່າງເປັນທາງການຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃນຖານະປະທານສະພາແຫ່ງຊາດ ແລະ ກໍແມ່ນການຢ້ຽມຢາມ ລັດເຊຍ ຄັ້ງທຳອິດຂອງການນຳຫຼັກແຫຼ່ງຂອງພັກ, ລັດ ຫວຽດນາມ ໃນປີ 2024; ພາຍຫຼັງການມາຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ໃນເດືອນ ມິຖຸນາ 2024. ການຢ້ຽມຢາມ ກໍເພື່ອແນໃສ່ຫັນຖະແຫຼງການຮ່ວມກ່ຽວກັບການເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງຂຶ້ນຕື່ມເປັນລະອຽດ ບົນພື້ນຖານຜົນງານ 30 ປີແຫ່ງການປະຕິບັດສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບ ຫວຽດນາມ - ລັດເຊຍ, ໂດຍການນຳສອງປະເທດຕົກລົງເປັນເອກະພາບເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Putin; ກໍຄືເນື້ອໃນກ່ຽວກັບການກຳນົດທິດ ຊຸກຍູ້ການຮ່ວມມື ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ Putin ໄດ້ແລກປ່ຽນ, ຕົກລົງເປັນເອກະພາບໃນການໂອ້ລົມທາງໂທລະສັບໃນວັນທີ 8 ສິງຫາ 2024 ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ