ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ແລະ ປະ​ທານ​ສະ​ພາ​ຕ່ຳ ອິນ​ເດຍ Om Birla ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ເປີດ​ສາຍ​ການ​ບິນ​ໃໝ່​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ

(VOVWORLD) -ຕອນບ່າຍວັນທີ 19 ເມສາ, ຢູ່ຮ່າໂນ້ຍ, ບໍລິສັດຫຸ້ນສ່ວນການບິນ Vietjet ໄດ້ຈັດພິທີປະກາດເປີດສາຍການບິນໃໝ່ໄປຍັງ ອິນເດຍ ດ້ວຍການເປັນສັກສີພິຍານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ປະທານສະພາຕ່ຳ ອິນເດຍ Om Birla.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ແລະ ປະ​ທານ​ສະ​ພາ​ຕ່ຳ ອິນ​ເດຍ Om Birla  ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ເປີດ​ສາຍ​ການ​ບິນ​ໃໝ່​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ - ảnh 1ພິທີປະກາດເປີດສາຍການບິນໃໝ່ໄປຍັງ ອິນເດຍ  (ພາບ: quochoi.vn)

ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານສະພາຕ່ຳ ອິນເດຍ Om Birla, ຕອນບ່າຍວັນທີ 19 ເມສາ, ຢູ່ຮ່າໂນ້ຍ, ບໍລິສັດຫຸ້ນສ່ວນການບິນ Vietjet ໄດ້ຈັດພິທີປະກາດເປີດສາຍການບິນໃໝ່ໄປຍັງ ອິນເດຍ, ລວມມີ ຮ່າໂນ້ຍ - Mumbai, ນະຄອນ ໂຮ່ຈີມິນ - Mumbai, ຝູກວກ - New Delhi ແລະ ຝູກວກ - Mumbai, ເຊິ່ງເປັນການສ້າງຂີດໝາຍແກ່ການການເຄື່ອນໄຫວຄືນໃໝ່ ແລະ ເປີດກວ້າງການເຄື່ອນໄຫວຂອງບໍລິສັດການບິນຢູ່ປະເທດທີ່ມີປະຊາກອນ 1,4 ຕື້ ຄົນ. ເຫດການດັ່ງກ່າວຖຶກດຳເນີນດ້ວຍການເປັນສັກສີພິຍານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ປະທານສະພາຕ່ຳ ອິນເດຍ Om Birla.

        ກໍເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ແລະ ທ່ານປະທານສະພາຕ່ຳ Om Birla ໄດ້ເປັນສັກຂີພິຍານພິທີແລກປ່ຽນຂໍ້ຕົກລົງສ້າງຕັ້ງບໍລິສັດຮ່ວມທຸລະກິດເຕັກໂນໂລຢີຂໍ້ມູນຂ່າວສານລະຫວ່າງ Galaxy Digital Holdings,  ເຊິ່ງເປັນສະມາຊິກຂອງກຸ່ມບໍລິສັດ Sovico ແລະ ກຸ່ມບໍລິສັດ Tech Mahindra Limited (ອິນເດຍ). ບໍລິສັດຮ່ວມທຸລະກິດນີ້ ຈະສຸມໃສ່ການສ້າງສູນພັດທະນາຊອບແວທົ່ວໂລກຢູ່ ຫວຽດນາມ, ສະໜອງການບໍລິການພື້ນຖານຂໍ້ມູນຂະໜາດໃຫຍ່, AI/ML (ປັນຍາປະດິດ ແລະ ການຮຽນຮູ້ຂອງເຄື່ອງຈັກ), ພັດທະນາສູນຄົ້ນຄວ້າ ແລະ ປະດິດຄິດສ້າງ, ສູນບຳລຸງສ້າງກຳລັງຄວາມສາມາດເຕັກໂນໂລຢີຂໍ້ມູນຂ່າວສານ…

        ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸ່ຍວັນເກືອງ ເຮັດວຽກກັບທ່ານ Om Birla ປະທານສະພາຕ່ຳ ສາທາລະນະລັດ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ