ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ການ​ນຳ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ໂລກ

(VOVWORLD) -ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງນີ້ ອີກຄັ້ງໜຶ່ງ ຢັງຢືນຄຳໝັ້ນສັນຍາ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ຫວຽດນາມ ໃນ IPU.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ການ​ນຳ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ໂລກ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບທ່ານປະທານສະຫະພັນລັດຖະສະພາໂລກ (IPU) Duarte Pacheco. ພາບ:TTXVN

ຕອນບ່າຍວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕ້ອນຮັບທ່ານປະທານສະຫະພັນລັດຖະສະພາໂລກ (IPU) Duarte Pacheco, ທ່ານເລຂາທິການ Martin Chungong, ທ່ານປະທານເວທີປາໄສສະມາຊິກລັດຖະສະພາໜຸ່ມ ຂອງ ສະຫະພັນລັດຖະສະພາໂລກ (IPU) Dan Carden ແລະ ທ່ານນາງ ປະທານເວທີປາໄສສະມາຊິກລັດຖະສະພາໜຸ່ມ IPU Cynthia Iliana López Castro.

          ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ຕີລາຄາສູງບົດບາດຂອງ IPU, ເຊິ່ງເປັນເວທີປາໄສຫຼາຍຝ່າຍທີ່ມີອິດທິພົນສູງໃນໂລກ ເຄື່ອນໄຫວດ້ວຍຈຸດປະສົງເພື່ອສັນຕິພາບ, ຮ່ວມມື, ພັດທະນາ, ປະຊາທິປະໄຕ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ກ້າວໜ້າ ແລະ ຍຸຕິທຳໃນສັງຄົມ. ເລື່ອງ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງນີ້  ອີກຄັ້ງໜຶ່ງ ຢັງຢືນຄຳໝັ້ນສັນຍາ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ຫວຽດນາມ ໃນ IPU.

          ສ່ວນບັນດາການນຳ IPU ສະແດງຄວາມປະທັບໃຈຕໍ່ການພັດທະນາຢ່າງວ່ອງໄວຂອງ ຫວຽດນາມ ໃນໄລຍະຜ່ານມາ ແລະ ຂອບໃຈສະພາແຫ່ງຊາດ ຫວຽດນາມ, ດ້ວຍປະສົບການຂອງຕົນ, ຈັດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ຢ່າງລອບຄອບຖີ່ຖ້ວນ, ສິ່ງດັ່ງກ່າວໄດ້ຢັ່ງຢືນວ່າ: ສະພາແຫ່ງຊາດ ຫວຽດນາມ ມີຄວາມເຂົ້າໃຈແຈ້ງ ແລະ ໃຫ້ຄຳໝັ້ນສັນຍາຢ່າງສູງ ເພື່ອບັນລຸໄດ້ຜົນສຳເລັດໃນເຫດການຕ່າງໆຕາມໂຄງການດຳເນີນງານ.

ຕອບກັບ

ຂ່າວ/ບົດ​ອື່ນ