ທ່ານ​ປະ​ທານ​ສະ​ພາແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ້ງ​ເຫ​ວະ ​ພົບ​ປະກັບ​ການ​ນຳ​ສະ​ພາ​ແຫ່ງ​ຊາດ/ລັດ​ຖະ​ສະ​ພາ ບັນ​ດາ​ປະ​ເທດ

(VOVWORLD) - ຕອນບ່າຍວັນທີ 21 ພະຈິກ, ຢູ່ນະຄອນຫຼວງພະນົມເປັນ, ລາຊາອານາຈັກ ກຳປູເຈຍ, ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 43, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ້ງເຫວະ ໄດ້ພົບປະກັບ ປະທານສະພາແຫ່ງຊາດ ສິງກະໂປ, ປະທານສະພາແຫ່ງຊາດ ອາແຊັກໄບຢານ ແລະ ຮອງປະທານສະຖາບັນຜູ້ແທນສະພາແຫ່ງຊາດ ເບຣາຣຸດ.
ທ່ານ​ປະ​ທານ​ສະ​ພາແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ້ງ​ເຫ​ວະ ​ພົບ​ປະກັບ​ການ​ນຳ​ສະ​ພາ​ແຫ່ງ​ຊາດ/ລັດ​ຖະ​ສະ​ພາ ບັນ​ດາ​ປະ​ເທດ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ້ງເຫວະ ພົບປະກັບ ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan-jin (ພາບ: VOV)

ຢູ່ທີ່ການພົບປະກັບ ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan-jin, ທ່ານປະທານສະພາແຫ່ງຊາດ ເຫັນດີເປັນເອກະສັນຮັກສາປະສິດທິຜົນການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ; ມີບັນດາການເຄື່ອນໄຫວພົບປະລັດຖະສະພາ, ຊຸກຍູ້ການພົວພັນສອງຝ່າຍ; ເປີດກວ້າງການຮ່ວມມືເຂົ້າໃນບັນດາຂົງເຂດໃໝ່ ຄື ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ.

ທ່ານ​ປະ​ທານ​ສະ​ພາແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ້ງ​ເຫ​ວະ ​ພົບ​ປະກັບ​ການ​ນຳ​ສະ​ພາ​ແຫ່ງ​ຊາດ/ລັດ​ຖະ​ສະ​ພາ ບັນ​ດາ​ປະ​ເທດ - ảnh 2ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ້ງເຫວະ ພົບປະກັບ  ທ່ານນາງປະທານສະພາແຫ່ງຊາດ ອາແຊັກໄບຢານ, Shahiba Gafarova (ພາບ: VOV)
  ທີ່ການຕ້ອນຮັບ ທ່ານນາງປະທານສະພາແຫ່ງຊາດ ອາແຊັກໄບຢານ, Shahiba Gafarova, ການນຳຢືນສອງທ່ານຢັນວ່າ ສອງປະເທດຄວນ ສືບຕໍ່ເພີ່ມທະວີການຮ່ວມມືເສດຖະກິດ - ການຄ້າ, ເປີດກ້ວາງການສົ່ງອອກສິນຄ້າເຊິ່ງກັນ ແລະ ກັນ, ຊຸກຍູ້ ແລະ ຜັນຂະຫຍາຍປະສິດທິຜົນບັນດາກົນໄກທີ່ມີຢູ່ແລ້ວເຊັ່ນ ຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືເສດຖະກິດ-ການຄ້າ ແລະ ເຕັກໂນໂລຊີ - ເຕັກນິກ ຫວຽດນາມ-ອາແຊັກໄບຢານ; ຍູ້ແຮງການຮ່ວມມືດ້ານວັດທະນະທຳ, ທ່ອງທ່ຽວ, ການສຶກສາ ແລະ ການພົບປະ ປະຊາຊົນ.

ຢູ່ທີ່ການຕ້ອນຮັບ ທ່ານຮອງປະທານສະຖາບັນຜູ້ແທນສະພາແຫ່ງຊາດ ເບຣາຣຸດສ, Valeri Vaclavovich, ສອງຝ່າຍເປັນເອກະສັນກັນຮ່ວມມືໃນບັນດາຂົງເຂດ ເສດຖະກິດ-ການຄ້າ, ການລົງທຶນ, ທ່ອງທ່ຽວ, ພົບປະ ປະຊາຊົນ, ຖືການຮ່ວມມືເປັນຊ່ອງທາງສໍາຄັນໃນການພົວພັນ ຫວຽດນາມ-ເບຣາຣຸດ.

ຕອບກັບ

ຂ່າວ/ບົດ​ອື່ນ