ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ລົງຢ້ຽມຢາມ, ອວຍພອນບຸນເຕັດ ພະນັກງານ, ທະຫານປ້ອງກັນຊາຍແດນ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕີລາຄາສູງ ແລະ ຍ້ອງຍໍບັນດາຜົນງານຊື່ງກຳລັງທະຫານປ້ອງກັນຊາຍແດນບັນລຸໄດ້ໃນໄລຍະຜ່ານມາ. ກຳລັງທະຫານປ້ອງກັນຊາຍແດນ ສືບຕໍ່ຜັນຂະຫຍາຍບັນດາຄຳສັ່ງ, ມະຕິຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ກ່ຽວກັບຫນ້າທີ່ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ລົງຢ້ຽມຢາມ, ອວຍພອນບຸນເຕັດ ພະນັກງານ, ທະຫານປ້ອງກັນຊາຍແດນ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ການນຳກອງບັນຊາການທະຫານປ້ອງກັນຊາຍແດນ. ພາບ:Nhan Sáng-TTXVN

ເນື່ອງໃນໂອກາດບຸນເຕັດປີມະໂລງ 2024, ສະເຫລີມສະຫລອງ 94 ປີແຫ່ງວັນສ້າງຕັ້ງພັກກອມມູນິດ (3/2/1945-3/2/2024), ສະເຫລີມສະຫລອງ 65 ປີແຫ່ງວັນມູນເຊື້ອຂອງທະຫານປ້ອງກັນຊາຍແດນ (03/3/1959 - 03/3/2024), 35 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາຍແດນ(03/3/1989 - 03/3/2024), ຕອນບ່າຍວັນທີ  1 ກຸມພາ, ຢູ່ກອງບັນຊາການທະຫານປ້ອງກັນຊາຍແດນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດພະນັກງານ, ທະຫານປ້ອງກັນຊາຍແດນ. ການພົບປະນີ້ໄດ້ເຊື່ອມຕໍ່ໂດຍກົງທາງແບບທາງໄກກັບ 57 ກອງບັນຊາການທະຫານປ້ອງກັນຊາຍແດນບັນດາແຂວງ, ປ້ອມປ້ອງກັນຊາຍແດນເຂດຫ່າງໄກສອກຫລີກ, ເຂດທະເລໝູ່ເກາະ..

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕີລາຄາສູງ ແລະ ຍ້ອງຍໍບັນດາຜົນງານຊື່ງກຳລັງທະຫານປ້ອງກັນຊາຍແດນບັນລຸໄດ້ໃນໄລຍະຜ່ານມາ. ໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເຫນີ ກຳລັງທະຫານປ້ອງກັນຊາຍແດນ ສືບຕໍ່ຜັນຂະຫຍາຍບັນດາຄຳສັ່ງ, ມະຕິຂອງພັກ, ນະໂຍບາຍ ກົດໝາຍຂອງລັດ ກ່ຽວກັບຫນ້າທີ່ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຈຸດສຸມແມ່ນມະຕິຂອງສູນກາງພັກຄັ້ງທີ 8 ຊຸດທີ XIII ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃຫມ່. ພ້ອມກັນນັ້ນ ປະຕິບັດບັນດາສົນທິສັນຍາ, ອະນຸສັນຍາ, ສັນຍາ, ຂໍ້ກຳນົດກົດລະບຽບກ່ຽວຂ້ອງເຖິງບັນຫາຊາຍແດນ ຜືນແຜ່ນດິນ, ການຄຸ້ມຄອງ, ປົກປັກຮັກສາຊາຍແດນ, ດ່ານຊາຍແດນທີ່ໄດ້ລົງນາມລະຫວ່າງ ຫວຽດນາມ ແລະ ບັນດາປະເທດບ້ານໃກ້ຄຽງ.

ຕອບກັບ

ຂ່າວ/ບົດ​ອື່ນ