ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ສິ້ນ​ສຸດ​ການ​ຢ້ຽມ​ຢາມ Bangladesh ແລະ Bulgaria ຢ່າງ​ເປັນ​ທາງ​ການ

(VOVWORLD) - ໃນການຢ້ຽມຢາມຢູ່ສອງປະເທດ, ມີປະມານ  70 ການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ, ການນຳບັນດາອົງການຂອງສະພາແຫ່ງຊາດ ແລະ ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ດຳເນີນໄປ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ສິ້ນ​ສຸດ​ການ​ຢ້ຽມ​ຢາມ Bangladesh ແລະ Bulgaria ຢ່າງ​ເປັນ​ທາງ​ການ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ  ຢູ່ສະໜາມບິນສາກົນ ໂນ້ຍບາຍ, ຮ່າໂນ້ຍ, ຫວຽດນາມ
(ພາບ: TTXVN )

ຕອນທ່ຽງວັນທີ 27 ກັນຍາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນສາກົນ ໂນ້ຍບ່າຍ, ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ Bangladesh ແລະ Bulgaria ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ສປ. Bangladesh Shirin Chaudhury ແລະ ທ່ານປະທານສະພາແຫ່ງຊາດ ສ. Bulgaria Rosen Zhelyazkov.

ໃນການຢ້ຽມຢາມຢູ່ສອງປະເທດ, ມີປະມານ  70 ການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ, ການນຳບັນດາອົງການຂອງສະພາແຫ່ງຊາດ ແລະ ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ດຳເນີນໄປ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ລົງນາມໃນບົດບັນທຶກຊ່ວຍຈຳສອງສະບັບ ກັບທ່ານ ປະທານສະພາແຫ່ງຊາດ Bangladesh ແລະ ທ່ານປະທານສະພາແຫ່ງຊາດ Bulgaria ກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບ ສະພາແຫ່ງຊາດ Bangladesh ແລະ Bulgaria.

ຕອບກັບ

ຂ່າວ/ບົດ​ອື່ນ