ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ສູງ ອົດ​ສະ​ຕາ​ລີ

(VOVWORLD) - ຕອນບ່າຍວັນທີ 24 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃຫ້ການຕ້ອນຮັບທ່ານນາງ Sue Lines ປະທານສະພາສູງອົດສະຕາລີ ເນື່ອງໃນໂອກາດມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ  ຫວຽດ​ນາມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ສູງ ອົດ​ສະ​ຕາ​ລີ - ảnh 1ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ທ່ານນາງ Sue Lines ປະທານສະພາສູງ ອົດສະຕາລີ (ພາບ: VOV)

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນໄດ້ສະແດງຄວາມເຄົາລົບນັບຖືຕໍ່ນ້ຳໃຈຂອງທ່ານນາງ Sue Lines ປະທານສະພາສູງ ອົດສະຕາລີ ກໍ່ຄືການນຳອົດສະຕາລີທີ່ສະຫງວນໃຫ້ແກ່ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫງວຽນຝູຈ້ອງ, ຖືນີ້ແມ່ນການກະທຳອັນລ້ຳຄ່າໃຫ້ແກ່ການພົວພັນອັນດີງາມລະຫວ່າງສອງປະເທດ ຫວຽດນາມ ແລະ ອົດສະຕາລີ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນັ້ນໜັກວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍາມໄດ້ກໍຖືເປັນສຳຄັນ, ສະໜັບສະໜູນການຊູກຍູ້ການພົວພັນຫວຽດນາມ - ອົດສະຕາລີໃຫ້ພັດທະນາຢ່າງແຮງ, ແທດຈິງ ແລະ ຮອບດ້ານກ່ວາເກົ່າ.

ໂດຍຕາງໜ້າການນຳພັກ, ລັດຖະບານ ແລະ ລັດຖະສະພາ ອົດສະຕາລີ, ທ່ານນາງ Sue Lines  ໄດ້ສະແດງຄວາມເສົ້າສະຫຼົດໃຈ ຕໍ່ການຈາກໄປ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ທ່ານນາງປະທານສະພາສູງ ອົດສະຕາລີ,  ຕີລາຄາສູງການພົວພັນອັນດີງາມລະຫວ່າງຫວຽດນາມ ແລະ ອົດສະຕາລີ, ເຄົາລົບການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການຕັດສິນໃຈຍົກລະດັບການພົວພັນສອງປະເທດຂຶ້ນເປັນການພົວພັນຍຸດທະສາດຮອບດ້ານໃນເດືອນມີນາປີ 2024, ກໍ່ຄືຍູ້ແຮງການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ