ທ່ານປະທານສະພາແຫ່ງຊາດ ເຂົ້າຮ່ວມເວທີປາໄສນະໂຍບາຍ, ກົດໝາຍກ່ຽວກັບການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ອິນໂດເນເຊຍ

(VOVWORLD) - ຕອນບ່າຍວັນທີ 5 ສິງຫາ, ຢູ່ນະຄອນຫຼວງ ຈາກາຕາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສນະໂຍບາຍ, ກົດໝາຍກ່ຽວກັບການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ອິນໂດເນເຊຍ. ເຫດການດັ່ງກ່າວມີການເຂົ້າຮ່ວມຂອງວິສາຫະກິດ ຫຼາຍກວ່າ 200 ແຫ່ງຂອງ 2 ປະເທດ.
ທ່ານປະທານສະພາແຫ່ງຊາດ ເຂົ້າຮ່ວມເວທີປາໄສນະໂຍບາຍ, ກົດໝາຍກ່ຽວກັບການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ອິນໂດເນເຊຍ  - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫວະ ກ່າວຄຳເຫັນທີ່ເວທີປາໄສ (ພາບ: qdnd.vn)

ເວທີປາໄສ ແມ່ນໂອກາດເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດກວ່າອີກ, ພິເສດແມ່ນໃນຂົງເຂດການຄ້າ ແລະ ການລົງທຶນ. ປັດຈຸບັນ, ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 11 ຂອງ ອິນໂດເນເຊຍ ດ້ວຍຍອດວົງເງິນການຄ້າບັນລຸ 14 ຕື້ USD ໃນປີ 2022 ແລະ ຕົວເລກດັ່ງກ່າວຈະເພີ່ມຂຶ້ນຕື່ມອີກໃນຊຸມປີຈະມາເຖິງ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫວະ ຢັ້ງຢືນວ່າ:

        “ໃນຂົງເຂດເສດຖະກິດ, ອິນໂດເນເຊຍ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນ ອາຊີ - ປາຊີຟິກ ຂອງ ຫວຽດນາມ. ໃນທ່າອ່ຽງສ້າງໂຄງປະກອບການຄ້າ ແລະ ການລົງທຶນ ຄືນໃໝ່ຢ່າງແຮງໃນຂອບເຂດທົ່ວໂລກ ແລະ ໃນເງື່ອນໄຂເສດຖະກິດໂລກຂາດສະຖຽນລະພາບ, ຄາດຄະເນໄດ້ຍາກຄືໃນປັດຈຸບັນ, ສອງປະເທດ ຫວຽດນາມ ແລະ ອິນໂດເນເຊຍ ສາມາດເພີ່ມທະວີ, ອຳນວຍຄວາມສະດວກໃຫ້ຂະແໜງການຄ້າຂອງກັນ, ຮ່ວມມືກັນເພື່ອສ້າງຕັ້ງ ແລະ ພ້ອມກັນພັດທະນາ”.

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງບໍລິສັດໃຫຍ່ການເດີນເຮືອ ຫວຽດນາມ ແລະ ບໍລິສັດ Black Diamond Resources TBK, ບໍລິສັດ Sinar Multi Surya Cemerlang; ພິທີລົງນາມໃນຂໍ້ຕົກລົງລະຫວ່າງ ບໍລິສັດຫຸ້ນສ່ວນຂົນສົ່ງທາງທະເລ ຫວຽດນາມ ກັບບໍລິສັດ Virema Impex.

ທ່ານປະທານສະພາແຫ່ງຊາດ ເຂົ້າຮ່ວມເວທີປາໄສນະໂຍບາຍ, ກົດໝາຍກ່ຽວກັບການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ອິນໂດເນເຊຍ  - ảnh 2ທ່ານປະທານສະພາແຫ່ງຊາດ ກໍເປັນສັກຂີພິຍານພິທີເປີດສາຍການບິນຊື່ລະຫວ່າງນະຄອນ ໂຮ່ຈີມິນ - ຈາກາຕາ ຂອງບໍລິສັດການບິນ Vietjet Air (ພາບ: ພາບ: qdnd.vn)

        ທ່ານປະທານສະພາແຫ່ງຊາດ ກໍເປັນສັກຂີພິຍານພິທີເປີດສາຍການບິນຊື່ລະຫວ່າງນະຄອນ ໂຮ່ຈີມິນ - ຈາກາຕາ ຂອງບໍລິສັດການບິນ Vietjet Air.

ທ່ານປະທານສະພາແຫ່ງຊາດ ເຂົ້າຮ່ວມເວທີປາໄສນະໂຍບາຍ, ກົດໝາຍກ່ຽວກັບການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ອິນໂດເນເຊຍ  - ảnh 3ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໂອ້ລົມກັບພະນັກງານຫ້ອງການຕາງໜ້າ FPT ປະຈຳ ຈາກາຕາ, ປະເທດ ອິນໂດເນເຊຍ.

        ໃນຂອບເຂດຂອງການຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການ, ຕອນເຊົ້າວັນທີ 6 ສິງຫາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມ, ພົບປະໂອ້ລົມກັບພະນັກງານຫ້ອງການຕາງໜ້າ FPT ປະຈຳ ຈາກາຕາ, ປະເທດ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ