ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກໍ່​ສ້າງ​ພັກ​ກ່ຽວ​ກັບ​ຄຸນ​ສົມ​ບັດ​ຕິດ​ພັນ​ກັບ​ການ​ສ້າງວັດ​ທະ​ນະ​ທ​ຳຊື່​ກົງ​ບໍ​ລິ​ສຸດ

(VOVWORLD) -  55 ປີຜ່ານມາ, ແນວຄິດ ແລະ ຄຳພິໄນກຳຂອງປະທານໂຮ່ຈີມິນ ຍາມໃດກໍ່ຮ່ວມເດີນທາງພ້ອມກັບຊົນຊາດ, ເຍືອງທາງ, ນຳໜ້າທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຍາມໃດກໍ່ຢຶດໝັ້ນ ແລະ ຈົ່ງຮັກພັກດີ ຕໍ່ພາລະກິດ, ແນວຄິດປະຕິວັດຂອງເພິ່ນ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກໍ່​ສ້າງ​ພັກ​ກ່ຽວ​ກັບ​ຄຸນ​ສົມ​ບັດ​ຕິດ​ພັນ​ກັບ​ການ​ສ້າງວັດ​ທະ​ນະ​ທ​ຳຊື່​ກົງ​ບໍ​ລິ​ສຸດ - ảnh 1ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ  ກ່າວຄຳເຫັນທີ່ກອງປະຊຸມສຳມະນາວິທະຍາສາດ
(ພາບ: VOV)

ຕອນເຊົ້າວັນທີ 29 ສິງຫາ, ຢູ່ຫໍປະຊຸມຢຽນຮົ່ງ, ຫໍສະພາແຫ່ງຊາດຫວຽດນາມ, ອົງຄະນະພັກກຸ່ມບັນດາອົງການສູນກາງໄດ້ສົມທົບກັບຫ້ອງວ່າການປະທານປະເທດ, ຫ້ອງວ່າການສະພາແຫ່ງຊາດ, ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ແລະ ສຳນັກພິມຈຳໜ່າຍສຶເທິດ ຈັດກອງປະຊຸມສຳມະນາດວິທະຍາສາດ “55 ປີແຫ່ງວັນປະຕິບັດຄຳພິໄນກຳຂອງປະທານໂຮ່ຈມິນ ໃນບັນດາອົງການສູນກາງ” (1969 - 2024).

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຢັ້ງຢືນວ່າ 55 ປີຜ່ານມາ, ແນວຄິດ ແລະ ຄຳພິໄນກຳຂອງປະທານໂຮ່ຈີມິນ ຍາມໃດກໍ່ຮ່ວມເດີນທາງພ້ອມກັບຊົນຊາດ, ເຍືອງທາງ, ນຳໜ້າທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ຍາມໃດກໍ່ຢຶດໝັ້ນ ແລະ ຈົ່ງຮັກພັກດີ ຕໍ່ພາລະກິດ, ແນວຄິດປະຕິວັດຂອງເພິ່ນ, ສືບທອດ ພາລະກິດແຫ່ງການປະຕິວັດອັນຍິ່ງໃຫຍ່ເຊິ່ງເພິ່ນໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນໃຫ້ເປັນຢ່າງດີ. ທ່ານໃຫ້ຮູ້ວ່າ:

ໂດຍປະຕິບັດຄຳພິໄນກຳຄຳສັ່ງສອນຂອງປະທານໂຮ່ຈີມິນ, ພັກກອມມູນິດຫວຽດນາມ ມີຄວາມເອົາໃຈໃສ່ເປັນພິເສດເຖິງໜ້າທີ່ກໍ່ສ້າງ ແລະ ປັບປຸງພັກ, ຍາມໃດກໍ່ຖືນີ້ແມ່ນໜ້າທີ່ປະຈຳ ແລະ ຫຼັກແຫຼ່ງ. ໃນບັນດາກອງປະຊຸມໃຫຍ່ຂອງພັກ, ຄະນະບໍລິຫານງານສູນກາງພັກ ໄດ້ຄົ້ນຄ້ວາ ເພີ່ມເຕີມເນື້ອໃນກໍ່ສ້າງພັກ ເຂົ້າໂຄງການດຳເນີນງານ, ກົດລະບຽບພັກ; ປະກາດໃຊ້ບັນດາມະຕິຫົວເລື່ອງສະເພາະກ່ຽວກັບວຽກງານກໍ່ສ້າງ ແລະ ປັບປຸງພັກ.

ຕອບກັບ

ຂ່າວ/ບົດ​ອື່ນ