ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕ້ອນຮັບທ່ານປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ, ປະທານສະພາແຫ່ງລັດ ກຸຍບາ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ສະແດງຄວາມຂອບໃຈຕໍ່ພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ກຸຍບາ ທີ່ໄດ້ມອບໃຫ້ທ່ານປະທານ Esteban Lazo Hernandez ມາເຂົ້າຮ່ວມພິທີງານສົບລະດັບຊາດທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຕ້ອນຮັບທ່ານປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ, ປະທານສະພາແຫ່ງລັດ ກຸຍບາ - ảnh 1(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ຕ້ອນຮັບທ່ານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ, ປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hernandez)

        ຕອນບ່າຍວັນທີ 24 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ຕ້ອນຮັບທ່ານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ, ປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hernandez, ເນື່ອງໃນໂອກາດມາເຂົ້າຮ່ວມພິທີງານສົບລະດັບຊາດທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

        ໂດຍຕາງໜ້າໃຫ້ສະພາແຫ່ງຊາດ ແລະ ປະຊາຊົນ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ສະແດງຄວາມຂອບໃຈຕໍ່ພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ກຸຍບາ ທີ່ໄດ້ມອບໃຫ້ທ່ານປະທານ Esteban Lazo Hernandez ມາເຂົ້າຮ່ວມພິທີງານສົບລະດັບຊາດທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ແບ່ງເບົາຄວາມເສົ້າສະຫຼົດໃຈ, ເປັນກຳລັງໃຈໃນເວລາອັນໂສກເສົ້າເສຍໃຈ ແລະ ຫຍຸ້ງຍາກນີ້, ຢືນຢັນວ່າ, ລັດ ແລະ ປະຊາຊົນ ຫວຽດນາມ ມີຄວາມຕື້ນຕັນໃຈໂດຍໄດ້ຮູ້ວ່າ, ໃນວາລະປະຊຸມຄົບຄະນະຂອງສະພາແຫ່ງຊາດ ກຸຍບາ ທີ່ຈັດຂຶ້ນໃນວັນທີ 19 ກໍລະກົດ, ວັນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈາກໄປ, ໄດ້ສະຫງວນເວລາໜຶ່ງນາທີເພື່ອອາໄລຫາ ແລະ ປະກາດການໄວ້ທຸກລະດັບຊາດເປັນເວລາ 3 ວັນ (ວັນທີ 20, 21 ແລະ 22 ກໍລະກົດ). ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ຖືວ່າ, ນີ້ແມ່ນການກະທຳອັນຈິງໃຈທີ່ສຸດອົກສຸດໃຈ, ເຕັມໄປດ້ວຍນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ ແລະ ກຸຍບາ.

        ສ່ວນທ່ານປະທານ Esteban Lazo Hernandez, ໃຫ້ຮູ້ວ່າ, ທ່ານມາ ຫວຽດນາມ ພ້ອມກັບສານແບ່ງເບົາຄວາມເສົ້າສະຫຼົດໃຈຂອງລັດ ແລະ ປະຊາຊົນ ກຸຍບາ ຕໍ່ລັດ ແລະ ປະຊາຊົນ ຫວຽດນາມ, ພ້ອມທັງສະແດງຄວາມຮູ້ບຸນຄຸນຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຜູ້ມີແນວຄິດທີ່ຍິ່ງໃຫຍ່, ຍາມໃດກໍ່ມານະພະຍາຍາມເພື່ອເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນລະຫວ່າງ ຫວຽດນາມ ແລະ ກຸຍບາ. ທ່ານປະທານ Esteban Lazo Hernandez, ເນັ້ນໜັກວ່າ, ບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າໃນການຄົ້ນຄວ້າທິດສະດີຂອງວິວັດການກ້າວຂຶ້ນສັງຄົມນິຍົມທີ່ນຳໃຊ້ຢູ່ ຫວຽດນາມ ແມ່ນຊັບສົມບັດອັນລ້ຳຄ່າ ແລະ ແມ່ນຫົວເລື່ອງຄົ້ນຄວ້າຂອງບັນດາຂະບວນການກອມມູນິດ, ກຳມະກອນໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ