ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ພົບປະເຈລະຈາກັບທ່ານປະທານາທິບໍດີສະຫະພັນ ລັດເຊຍ

(VOVWORLD) - ທ່ານປະທານາທິບໍດີ Vladimir Putin ສະເໜີໃຫ້ 2 ອົງການນິຕິບັນຍັດຂອງ 2 ປະເທດສືບຕໍ່ເພີ່ມທະວີການຮ່ວມມືລັດຖະສະພາ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ພົບປະເຈລະຈາກັບທ່ານປະທານາທິບໍດີສະຫະພັນ ລັດເຊຍ - ảnh 1(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ພົບປະເຈລະຈາກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin)

        ໂດຍສືບຕໍ່ການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 10 ກັນຍາ, ຢູ່ວັງ Kremlin, ນະຄອນຫຼວງ ມົດສະກູ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ໄດ້ພົບປະເຈລະຈາກັບທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin. ທ່ານປະທານາທິບໍດີ Vladimir Putin ໄດ້ຕີລາຄາສູງຄວາມໝາຍ ແລະ ໝາກຜົນການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ; ສະເໜີໃຫ້ 2 ອົງການນິຕິບັນຍັດຂອງ 2 ປະເທດສືບຕໍ່ເພີ່ມທະວີການຮ່ວມມືລັດຖະສະພາ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃຫ້ແທດຈິງ, ມີປະສິດທິຜົນ; ທ່ານຢືນຢັນວ່າ ຈະສະໜັບສະໜູນ 2 ອົງການນິຕິບັນຍັດຂອງ 2 ປະເທດຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມ.

        ກ່ອນໜ້ານັ້ນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ຕ້ອນຮັບປະທານພັກກອມມູນິດສະຫະພັນ ລັດເຊຍ ແລະ ປະທານພັກ “ປະເທດ ລັດເຊຍ ຍຸຕິທຳ - ບັນດາຜູ້ຮັກຫອມຊາດ - ເພື່ອຄວາມເປັນຈິງ”; ຕ້ອນຮັບຜູ້ຕາງໜ້າສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ ແລະ ສະມາຄົມນັກຮົບເກົ່າ ລັດເຊຍ ເຄີຍສູ້ຮົບຢູ່ ຫວຽດນາມ; ຕ້ອນຮັບກຸ່ມບໍລິສັດໃຫຍ່ຈຳນວນໜຶ່ງຂອງ ລັດເຊຍ.

        ຕອນເຊົ້າວັນທີ 11 ກັນຍາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ