ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ​ນ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ທະ​ຫານ​ເຂດ 9

(VOVWORLD) -  ຕອນເຊົ້າວັນທີ 2 ກໍລະກົດ, ຢູ່ນະຄອນ ເກິ່ນເທີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໄປຢ້ຽມຢາມແລະ ເຮັດວຽກກັບທະຫານເຂດ 9. 
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ​ນ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ທະ​ຫານ​ເຂດ 9 - ảnh 1ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ  ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີໃຫ້ທະຫານເຂດ 9 ຕ້ອງຕັ້ງໜ້າເຂົ້າຮ່ວມການຊ່ວຍເຫຼືອປະຊາຊົນລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ສ້າງຊົນນະບົດໃໝ່, ພັດທະນາວັດທະນະທຳ - ສັງຄົມ; ປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນວຽກງານຂົນຂວາຍປະຊາຊົນໃນສະພາບການໃໝ່; ພິເສດສຳລັບພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ຜູ້ຖືສາສະໜາ ແລະ ປະຊາຊົນຢູ່ເຂດຊາຍແດນ, ທະເລ, ໝູ່ເກາະ, ໃນດຂດຈຸດສຸມກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີວ່າ:

        “ກອງບັນຊາການທະຫານເຂດ 9 ສືບຕໍ່ເຊື່ອມຊຶມການຜັນຂະຫຍາຍປະຕິບັດບັນດາມະຕິ, ບົດສະຫຼຸບ, ຄຳສັ່ງຂອງຄະນະບໍລິຫານງານສູນກາງພັກ, ຄະນະພັກການທະຫານສູນກາງ ໃຫ້ເປັນຢ່າງດີ. ພະນັກງານ, ນັກຮົບຕ້ອງກຳແໜ້ນບັນດາທັດສະນະ, ແນວທາງຂອງພັກ, ກົດໝາຍຂອງ ລັດ ກ່ຽວກັບວຽກງານການທະຫານ, ການປ້ອງກັນຊາດ ໂດຍສະເພາແມ່ນຄວາມໝາຍ, ບົດບາດ, ຄວາມສຳຄັນຂອງການສ້າງ “ແນວຮົບຈິດໃຈປະຊາຊົນ”, ສ້າງພື້ນຖານປ້ອງກັນຊາດທົ່ວປວງຊົນ, ແນວຮົບສົງຄົມປະຊາຊົນ. ຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ພັດທະນາ ແລະ ປະຕິບັດວຽກງານຊ່ວຍເຫຼືອ ກຳປູເຈຍ”.

        ກໍໃນຕອນເຊົ້າວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ຄະນະປະຕິບັດງານໄດ້ຖະຫວາຍທູບທຽນ, ໄວ້ອາໄລຢູ່ອະນຸສອນສະຖານບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ມອບຂອງຂວັນໃຫ້ກອງບັນຊາການທະຫານເຂດ 9 ແລະ ພະນັກງານ, ທະຫານເຈັບປ່ວຍ, ລູກຫຼານຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.

ເລຕວຽດ


ຕອບກັບ

ຂ່າວ/ບົດ​ອື່ນ