ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ​ນ ​ລົງສຳຫຼວດ​ໂຄງ​ການ​ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ລອງ​ແທັ່ງ

(VOVWORLD) -   ໃນການລົງເຮັດວຽກຢູ່ແຂວງ ດົ່ງນາຍ, ຕອນເຊົ້າວັນທີ 8 ສິງຫາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໄປສຳຫຼວດ, ກວດກາພື້ນທີ່ຕົວຈິງໂຄງການພາກສ່ວນ 3 ຂອງໂຄງການລົງທຶນກໍ່ສ້າງທ່າອາກາດສະຍານສາກົນ ລອງແທັ່ງ ໄລຍະ 1.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ​ນ ​ລົງສຳຫຼວດ​ໂຄງ​ການ​ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ລອງ​ແທັ່ງ - ảnh 1ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນຊີ້ນຳ (ພາບ: VOV5)

ໄລ່ຮອດປັດຈຸບັນນີ້, ທ່າອາກາດສະຍານສາກົນ ລອງແທັ່ງ ໄດ້ຮັບການມອບ - ຮັບ 100% ໜ້າພຽງ ໄລຍະ 1. ກ່າວຄຳເຫັນໃນການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຖືວ່າ:

        “ໃນຊ່ວງເວລາຜ່ານມາ, ແຂວງ ດົ່ງນາຍ ໄດ້ເອົາໃຈໃສ່ເຖິງວຽກງານຊົດເຊີຍ, ສ້າງເຂດຊຸມຊົນໃໝ່ເພື່ອບຸກເບີກໜ້າພຽງ. ປັດຈຸບັນ, ຖືວ່າສຳເລັດໄລຍະທີ 1 ໂດຍພື້ນຖານແລ້ວ, ນີ້ແມ່ນຄວາມມານະພະຍາຍາມຂອງທັງ ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ດົ່ງນາຍ, ເຈົ້າຂອງການລົງທຶນ ກໍຄືກຳມະກອນ.”

        ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງໝິນ ກໍສະເໜີໃຫ້ທຸກພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດສຳເລັດວຽກງານທີ່ຍັງເຫຼືອ ເພື່ອ ສາມາດນຳເຂົ້າໃຊ້ງານໃນກາງປີ 2026 ຄືດັ່ງແຜນການທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ