ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ອວຍພອນປະທານສະພາແຫ່ງຊາດ ອີຣານ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ສະແດງຄວາມປິຕິຊົມຊື່ນວ່າ ໃນໄລຍະຜ່ານມາ, ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ອີຣານ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ອວຍພອນປະທານສະພາແຫ່ງຊາດ ອີຣານ - ảnh 1ທ່ານ Mohammad Bagher Ghalibaf ປະທານສະພາແຫ່ງຊາດ ສ.ອິດສະລາມ ອີຣານ
(ພາບ: AFP/TTXVN)

        ເນື່ອງໃນໂອກາດທ່ານ Mohammad Bagher Ghalibaf ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານສະພາແຫ່ງຊາດ ສ.ອິດສະລາມ ອີຣານ ຊຸດທີ 12 ຄືນໃໝ່, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ສົ່ງຈົດໝາຍອວຍພອນ. ໃນຈົດໝາຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ສະແດງຄວາມປິຕິຊົມຊື່ນວ່າ ໃນໄລຍະຜ່ານມາ, ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ອີຣານ ເວົ້າລວມ, ລະຫວ່າງສະພາແຫ່ງຊາດ 2 ປະເທດເວົ້າສະເພາະ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະ ພັດທະນາຢ່າງດີງາມ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, ການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດຈະໄດ້ຮັບການຍູ້ແຮງກວ່າອີກ, ປະກອບສ່ວນນຳການພົວພັນລະຫວ່າງ ຫວຽດນາມ - ອີຣານ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ