ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ ເຈ​ລະ​ຈາ​ກັບ​ປະ​ທານ​ສະ​ພາ Duma ​ແຫ່ງ​ຊາດ ສະ​ຫະ​ພັນ ລັດ​ເຊຍ

(VOVWORLD) - ທີ່ການເຈລະຈາ, ສອງປະທານສະພາແຫ່ງຊາດ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພົວພັນຂອງແຕ່ລະປະເທດ ແລະ ສະພາແຫ່ງຊາດສອງປະເທດ. ສອງຝ່າຍໄດ້ແລກປ່ຽນ, ເປັນເອກະພາບບັນດາມາດຕະການເພື່ອແນໃສ່ຍູ້ແຮງ ແລະ ເປີດກວ້າງການຮ່ວມມືໃຫ້ສົມກັບມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ ເຈ​ລະ​ຈາ​ກັບ​ປະ​ທານ​ສະ​ພາ Duma ​ແຫ່ງ​ຊາດ ສະ​ຫະ​ພັນ ລັດ​ເຊຍ - ảnh 1ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ເຈລະຈາກັບປະທານສະພາ Duma ແຫ່ງຊາດ ສະຫະພັນ ລັດເຊຍ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ Vyacheslav Victorovich Volodin ປະທານ Duma ແຫ່ງຊາດ, ສະພາແຫ່ງຊາດສະຫະພັນ ລັດເຊຍ Victorovich Volodin ແລະ ທ່ານປະທານສະພາ ສະຫະພັນສະພາແຫ່ງຊາດ ລັດເຊຍນາງ Valentina Matviyenko, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແລະ ພ້ອມກັນເປັນປະທານຮ່ວມກອງປະຊຸມຄັ້ງທີ 3 ຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ຫວຽດນາມ - ສະຫະພັນ ລັດເຊຍ ໃນລະຫວ່າງວັນທີ 8 ກັນຍາ ຫາວັນທີ 10 ກັນຍາ.

ທີ່ການເຈລະຈາ, ສອງປະທານສະພາແຫ່ງຊາດ ໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພົວພັນຂອງແຕ່ລະປະເທດ ແລະ ສະພາແຫ່ງຊາດສອງປະເທດ. ສອງຝ່າຍໄດ້ແລກປ່ຽນ, ເປັນເອກະພາບບັນດາມາດຕະການເພື່ອແນໃສ່ຍູ້ແຮງ ແລະ ເປີດກວ້າງການຮ່ວມມືໃຫ້ສົມກັບມູນເຊື້ອ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວທີ່ແທດຈິງ ສະເຫຼີມສະຫຼອງ 75 ປີແຫ່ງການສ້າງຕັ້ງການພົວພັນທາງການທູດໃນປີ 2025.

ສອງຝ່າຍໄດ້ເຫັນດີເປັນເອກະພາບຖືວ່າ ໃນບັນດາຊ່ອງທາງຮ່ວມມືສອງຝ່າຍ, ການຮ່ວມມືລະຫວ່າງລັດຖະສະພາ ແມ່ນ ເສົາຄ້ຳສຳຄັນທີ່ສຸດ, ພວມໄດ້ຮັບການປັບປຸງ, ພັດທະນາຢ່າງດີງາມ ຢ່າງບໍ່ຢຸດຢັ້ງ; ສອງຝ່າຍໄດ້ປຶກສາຫາລື, ສົມທົບກັນ, ຕັ້ງໜ້າສະໜັບສະໜູນ ຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ ຢູ່ພາກພື້ນ ແລະ ສາກົນ. ປະທານສະພາແຫ່ງຊາດ ສອງປະເທດໄດ້ເຫັນດີເປັນເອກະພາບຖືວ່າ ປັດຈຸບັນ, ກົນໄກຮ່ວມມືຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ Duma ແຫ່ງຊາດ ແມ່ນກົນໄກຮ່ວມມືຄັ້ງທຳອິດ ແລະ ສູງທີ່ສຸດຂອງສະພາແຫ່ງຊາດ ຫວຽດນາມ ກັບອົງການນິຕິບັນຍັດຂອງປະເທດອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ