ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຮັດວຽກກັບຄະນະປະຈຳພັກແຂວງ ນາມດິ້ງ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ຮັບຮູ້ບັນດາໝາກຜົນຕັ້ງໜ້າໃນການປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມໃນໄລຍະຜ່ານມາ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຮັດວຽກກັບຄະນະປະຈຳພັກແຂວງ ນາມດິ້ງ - ảnh 1(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ກ່າວຄຳເຫັນຊີ້ນຳ)

        ຕອນເຊົ້າວັນທີ 10 ສິງຫາ, ຢູ່ນະຄອນ ນາມດິ້ງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງ ນາມດິ້ງ ກ່ຽວກັບໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກຄັ້ງທີ 20 ນັບແຕ່ຕົ້ນອາຍຸການມາຮອດປະຈຸບັນ ແລະ 7 ເດືອນຕົ້ນປີ 2024; ທິດທາງ, ໜ້າທີ່ຈຸດສຸມນັບແຕ່ນີ້ຮອດໝົດອາຍຸການ 2020 – 2025. ກ່າວຄຳເຫັນຊີ້ນຳ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ໄດ້ຮັບຮູ້ບັນດາໝາກຜົນຕັ້ງໜ້າໃນການປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມໃນໄລຍະຜ່ານມາ, ໃສ່ໃຈໜ້າທີ່ຈຸດສຸມຈຳນວນໜຶ່ງໃນໄລຍະຈະມາເຖິງ. ທ່ານສະເໜີໃຫ້ແຂວງ ນາມດິ້ງ ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກຄັ້ງທີ 20 ຂອງແຂວງໃຫ້ມີປະສິດທິຜົນ, ກວດກາຄືນຄາດໝາຍດ້ານເສດຖະກິດ - ສັງຄົມ, ການຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຕັ້ງໜ້າຜັນຂະຫຍາຍການວາງແຜນຜັງ, ສູ້ຊົນໃຫ້ກາຍເປັນຂົ້ວໜຶ່ງຂອງການພັດທະນາສຳຄັນຂອງເຂດທົ່ງພຽງແມ່ນ້ຳແດງ; ຜັນຂະຫຍາຍບັນດາໂຄງການເປົ້າໝາຍແຫ່ງຊາດ, ບັນດາມະຕິຂອງສະພາແຫ່ງຊາດ, ລັດຖະບານໃຫ້ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ