ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່​ຂອງ ສ.ເກົາຫຼີ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນເຊົ້າວັນ 15 ທັນວາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ຕ້ອນຮັບທ່ານ Ji Jong – rip ປະທານ ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Amkor Technology ແລະ ທ່ານ Kim Jung - tai ປະທານກຸ່ມບໍລິສັດການເງິນ Hana. ນີ້ແມ່ນການເຄື່ອນໄຫວສຸດທ້າຍ, ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢ່າງຈົບງາມ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ວິ​ສາ​ຫະ​ກິດ​ໃຫຍ່​ຂອງ ສ.ເກົາຫຼີ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຕ້ອນຮັບທ່ານ Ji Jong – rip ປະທານ ທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Amkor Technology (ພາບ: TTXVN)

ທີ່ການຕ້ອນຮັບທ່ານ Ji Jong – rip ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ສະເໜີໃຫ້ກຸ່ມບໍລິສັດ Amkor Technology ໜູນຊ່ວຍວິສາຫະກິດ ຫວຽດນາມ ຍົກສູງກຳລັງຄວາມສາມາດເພື່ອເຂົ້າຮ່ວມລະບົບສະໜອງທົ່ວໂລກ, ຊ່ວຍສ້າງສະຖຽນລະພາບໃນການຜະລິດ ແລະ ພັດທະນາແບບຍືນຍົງ.

ໃນການຕ້ອນຮັບທ່ານ Kim Jung - tai ປະທານກຸ່ມບໍລິສັດການເງິນ Hana, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ກຸ່ມບໍລິສັດ ສືບຕໍ່ແບ່ງປັນບົດຮຽນ, ປະສົບການບໍລິຫານທີ່ກ້າວໜ້າ, ວິທີດຳເນີນທຸລະກິດແບບໃໝ່. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກໍສະແດງຄວາມຊົມເຊີຍຕໍ່ການເຄື່ອນໄຫວສັງຄົມ ແລະ ການເຄື່ອນໄຫວກຸສົນທີ່ທາງກຸ່ມບໍລິສັດໄດ້ປະຕິບັດຢູ່ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ