ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ: ຢຸດ​ຕິ​ໂຄງ​ການ​ໄຟ​ຟ້າ​ນິວ​ເຄຼຍນິງ​ທ້ວນ ແມ່ນ​ແຜນ​ນະ​ໂຍ​ບາຍ, ລັດ​ຖະ​ນະ​ໂຍ​ບາຍ​ຖືກ​ຕ້ອງ​ຂອງ​ສູນ​ກາງ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາບັນດາໝາກຜົນນີ້ໂດຍຢັ້ງຢືນວ່າ ການຢຸດຕິໂຄງການໄຟຟ້ານິວເຄຼຍ ນິງທ້ວນ ແມ່ນແຜນນະໂຍບາຍ, ນະໂຍບາຍທີ່ຖືກຕ້ອງ, ສະຫຼາດສ່ອງໃສທີ່ສຸດ, ມີລັກສະນະປະຫວັດສາດ ແລະ ພົ້ນເດັ່ນຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ 
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ: ຢຸດ​ຕິ​ໂຄງ​ການ​ໄຟ​ຟ້າ​ນິວ​ເຄຼຍນິງ​ທ້ວນ ແມ່ນ​ແຜນ​ນະ​ໂຍ​ບາຍ, ລັດ​ຖະ​ນະ​ໂຍ​ບາຍ​ຖືກ​ຕ້ອງ​ຂອງ​ສູນ​ກາງ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ (ພາບ:TTXVN)

ວັນທີ 6 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳກຳມາທິການເສດຖະກິດ ຂອງ ສະພາແຫ່ງຊາດ ກ່ຽວກັບການປະກອບຄຳເຫັນໃສ່ບົດລາຍງານຕິດຕາມກວດກາ 5 ປີແຫ່ງການປະຕິບັດມະຕິຂອງສະພາແຫ່ງຊາດວ່າດ້ວຍການຢຸດຕິການປະຕິບັດແຜນນະໂຍບາຍລົງທຶນໂຄງການໄຟຟ້ານິວເຄຼຍນິງທ້ວນ.

ຕາມບົດລາຍງານຂອງ ຄະນະປະຈຳກຳມາທິການເສດຖະກິດ ແລະ ບັນດາກະຊວງ, ຂະແໜງການແລ້ວ, ພາຍຫຼັງ 5 ປີແຫ່ງການຜັນຂະຫຍາຍບັນດາມະຕິທີ່ກ່ຽວຂ້ອງ, ສະພາບການເສດຖະກິດ, ສັງຄົມຂອງແຂວງນິງທ້ວນມີການພັດທະນາຢ່າງກະໂດດຂັ້ນດ້ວຍຂອບເຂດເສດຖະກິດ ແລະ ລາຍຮັບສະເລ່ຍຕໍ່ຫົວຄົນກໍ່ຄືຍອດລະດັບການລົງທຶນຂອງທົ່ວແຂວງ ເພີ່ມຂຶ້ນຢ່າງແຮງ, ຊີວິດການເປັນຢູ່ຂອງປະຊາຊົນສືບຕໍ່ໄດ້ຮັບການປັບປຸງ, ສະພາບການດ້ານການເມືອງມີສະຖຽນລະພາບ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການຮັກສາຢ່າງໝັ້ນແກ່ນ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາບັນດາໝາກຜົນນີ້ໂດຍຢັ້ງຢືນວ່າ ການຢຸດຕິໂຄງການໄຟຟ້ານິວເຄຼຍ ນິງທ້ວນ ແມ່ນແຜນນະໂຍບາຍ, ນະໂຍບາຍທີ່ຖືກຕ້ອງ, ສະຫຼາດສ່ອງໃສທີ່ສຸດ, ມີລັກສະນະປະຫວັດສາດ ແລະ ພົ້ນເດັ່ນຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ ແລະ ແມ່ນໝາກຜົນໃນການຜັນຂະຫຍາຍບັນດາມະຕິຂອງສະພາແຫ່ງຊາດ ແລະ ລັດຖະບານກ່ຽວກັບບັນຫານີ້ຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ