ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີລົບ (EP)

(VOVWORLD) -ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ນເຫ້ວ ໄດ້ໄປຢ້ຽມຢາມ, ເຮັດວຽກກັບລັດຖະສະພາເອີລົບ, ສະຫະພາບເອີລົບ (EU) ຢູ່ລາຊະອານາຈັກ ແບນຊິກ ໃນລະຫວ່າງວັນທີ 08 – 09 ກັນຍາ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີລົບ (EP) - ảnh 1(ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ນເຫ້ວ)

ພາຍຫຼັງສິ້ນສຸດບັນດາການເຄື່ອນໄຫວລັດຖະສະພາຫຼາຍຝ່າຍ ແລະ 2 ຝ່າຍຢູ່ສ.ເຊັກໂກ, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານລັດຖະສະພາເອີລົບ (EP) David Sassoli, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ນເຫ້ວ ໄດ້ໄປຢ້ຽມຢາມ, ເຮັດວຽກກັບລັດຖະສະພາເອີລົບ, ສະຫະພາບເອີລົບ (EU) ຢູ່ລາຊະອານາຈັກ ແບນຊິກ ໃນລະຫວ່າງວັນທີ 08 – 09 ກັນຍາ. ການໄປຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ກັບ EP/EU, ຍູ້ແຮງການທູດເສດຖະກິດ, ຊຸກຍູ້ການປະຕິບັດສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA), ຂົນຂວາຍລັດຖະສະພາບັນດາປະເທດສະມາຊິກໃຫ້ສັດຕະຍາບັນ EVFTA ໂດຍໄວ, ກໍຄືຊຸກຍູ້ການພົວພັນລັດຖະສະພາ.

ກໍ່ຢູ່ທີ່ລາຊະອານາຈັກ ແບນຊິກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຈະພົບປະກັບວິສາຫະກິດບາງແຫ່ງທີ່ພວມຜັນຂະຫຍາຍໂຄງການຮ່ວມມືກັບຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ