ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ: ວິທະຍາຄານເສນາຮັກ ຄວນຍູ້ແຮງຄວາມຄຶບຫນ້າຜະລິດ ວັກຊີນ Nanocovax

(VOVWORLD) -ໄລຍະຈະມາເຖິງ ວິທະຍາຄານ ຄວນເອົາໃຈໃສ່ການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດມີຄຸນນະພາບສູງຕາມທິດສຳຜັດ ເຊື່ອມໂຍງເຂົ້າກັບລະດັບວິທະຍາສາດເຕັກໂນໂລຊີ ແລະ ພື້ນຖານການສຶກສາກ້າວຫນ້າຂອງໂລກ
ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ: ວິທະຍາຄານເສນາຮັກ ຄວນຍູ້ແຮງຄວາມຄຶບຫນ້າຜະລິດ ວັກຊີນ Nanocovax - ảnh 1ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີ່ງເຫ້ວ  ເຮັດວຽກກັບວິທະຍາຄານເສນາຮັກ

ຕອນບ່າຍ ວັນທີ 1 ມິຖຸນາ, ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີ່ງເຫ້ວ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບວິທະຍາຄານເສນາຮັກ. ກ່າວຄຳເຫັນນະທີ່ນີ້ ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີ່ງເຫ້ວ ຕີລາຄາສູງຄວາມມານະພະຍາຍາມ ແລະ ບັນດາຜົນງານຊື່ງ ວິທະຍາຄານເສນາຮັກ ບັນລຸໄດ້ ໃນຕະຫລອດ 72 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ. ພິເສດ ໃນວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ 19. ວິທະຍາຄານເສນາຮັກ ແມ່ນ ຫນຶ່ງໃນບັນດາຫົວຫນ່ວຍເຂົ້າຮ່ວມເປັນເຈົ້າການ, ຕັ້ງຫນ້າ, ມີປະສິດທິຜົນໃນໄລຍະຜ່ານມາ.

ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີ່ງເຫ້ວ ສະເຫນີ : ໄລຍະຈະມາເຖິງ ວິທະຍາຄານ ຄວນເອົາໃຈໃສ່ການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດມີຄຸນນະພາບສູງຕາມທິດສຳຜັດ ເຊື່ອມໂຍງເຂົ້າກັບລະດັບວິທະຍາສາດເຕັກໂນໂລຊີ ແລະ ພື້ນຖານການສຶກສາກ້າວຫນ້າຂອງໂລກ, ສືບຕໍ່ເພີ່ມທະວີວຽກງານຄຸ້ມຄອງ ແລະ ຍົກສູງຄຸນນະພາບການປິ່ນປົວ, ກວດພະຍາດ… ປະກອບສ່ວນຮັກສາສຸຂະພາບຂອງທະຫານ, ປະຊາຊົນ, ຮັກສາຄວາມສະຫງົບປອດໄພ ການປ້ອງກັນຊາດຢ່າງໝັ້ນຄົງ ແລະ ພັດທະນາເສດຖະກິດສັງຄົມ.

ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດີ່ງເຫ້ວ ຮຽກຮ້ອງວິທະຍາຄານ ສົມທົບຢ່າງແຫນ້ນແຟ້ນກັບບັນດາກະຊວງ, ຂະແຫນງການກ່ຽວຂ້ອງຮີບເຮັ່ງຍູ້ໄວການຜັນຂະຫຍາຍທົດລອງ ວັກຊີນ Nanocovax ໄລຍະ 3, ສູ້ຊົນໃຫ້ມີໝາກຜົນໄວເພື່ອມີວັກຊີນ ປ້ອງກັນພະຍາດໃຫ້ວົງຄະນາຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ