ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ເຂົ້າ​ຢ້ຽມ​ຂ່ຳ​ນັບ​ເຈົ້າ​ຊີ​ວິດ ແລະ ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ອາຊຽນ ຄັ້ງທີ 43 (AIPA-43), ຕອນບ່າຍວັນທີ 19 ພະຈິກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເຂົ້າຢ້ຽມຂ່ຳນັບເຈົ້າເຈົ້າຊີວິດ ກຳປູເຈຍ Norodom Sihamoni Norodom Sihamoni ຢູ່ ລາດຊະວັງ ພະບໍລົມວົງສານຸວົງ ກຳປູເຈຍ.

ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ຕັດສິນໃຈພ້ອມກັບ ກຳປູເຈຍ ປັບປຸງ ແລະ ເພີ່ມທະວີສາຍພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານລະຫວ່າງສອງປະເທດ. ທ່ານປະທານສະພາແຫ່ງຊາດ ຫວັງວ່າ ເຈົ້າຊີວິດ Norodom Sihamoni ຈະສືບຕໍ່ສະໜັບສະໜູນ, ສົ່ງເສີມ ເພື່ອໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ນັບມື້ນັບພັດທະນາຢ່າງແຮງ, ແທດຈິງ ແລະ ມີປະສິດທິຜົນກວ່າອີກ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ້ ເຂົ້າ​ຢ້ຽມ​ຂ່ຳ​ນັບ​ເຈົ້າ​ຊີ​ວິດ ແລະ ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ພົບປະກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen (ພາບ: quochoi.vn)
 ສ່ວນເຈົ້າຊີວິດ Norodom Sihamoni Norodom Sihamoni ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຂອງ ຫວຽດນາມ - ເພືິ່ອນສະຫາຍຜູ້ຍິ່ງໃຫຍ່ຂອງປະຊາຊົນກຳປູເຈຍ ທີ່ຍາມໃດກໍສະໜັບສະໜູນ, ຊ່ວຍເຫຼືອ ກຳປູເຈຍ ໃນໄລຍະຕໍ່ຕ້ານຕ້ານຈັກກະພັດ ແລະ ຊ່ວຍປະຊາຊົນ ກຳປູເຈຍ ລົບລ້າງລະບອບດັບສູນເຊື້ອຊາດ; ພ້ອມທັງຢັ້ງຢືນວ່າ ຈະເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບ ແລະ ສາຍພົວພັນ ຫວຽດນາມ - ກຳປູເຈຍ ໃຫ້ຫຼາຍກວ່າອີກ.

ໃນຕອຍບ່າຍຂອງວັນທີ 20 ພະຈິກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ພົບປະກັບທ່ານປະທານສະພາສູງ ກຳປູເຈຍ  Samdech Say Chhum.

ຮອດຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ກຳປູເຈຍ  Samdech Heng Samrin ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ທີ່ຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ແລະ ເຂົ້າຮ່ວມ AIPA-43.

(ເລຕວຽດ)

ຕອບກັບ

ຂ່າວ/ບົດ​ອື່ນ