ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເຂົ້າ​ຮ່ວມ​ພິ​ທີ​ໄຂ “Festival ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ໝູ່​ບ້ານ​ອາ​ຊີບ ຫວຽດ​ນາມ 2023”

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ເຂົ້າຮ່ວມພິທີໄຂ ແລະ ມອບລາງວັນ A ໃຫ້ແກ່ບັນດານັກສິລະປະການທີ່ເຂົ້າຮ່ວມການແຂ່ງຂັນຜະລິດຕະພັນຫັດຖະກຳສິລະປະກຳ ຫວຽດນາມ ປີນີ້.
 ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເຂົ້າ​ຮ່ວມ​ພິ​ທີ​ໄຂ “Festival ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ໝູ່​ບ້ານ​ອາ​ຊີບ ຫວຽດ​ນາມ 2023” - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ມອບລາງວັນ A ໃຫ້ແກ່ບັນດານັກສິລະປະການ (ພາບ:  VOV)

ຕອນຄ່ຳວັນທີ 9 ພະຈິກ, ຢູ່ພະລາຊາວັງທັງລອງ, ຮ່າໂນ້ຍ, ໄດ້ດຳເນີນພິທີໄຂ “Festival ອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານອາຊີບ ຫວຽດນາມ 2023” ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ສົມທົບກັບ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຂຶ້ນ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ເຂົ້າຮ່ວມພິທີໄຂ ແລະ ມອບລາງວັນ A ໃຫ້ແກ່ບັນດານັກສິລະປະການທີ່ເຂົ້າຮ່ວມການແຂ່ງຂັນຜະລິດຕະພັນຫັດຖະກຳສິລະປະກຳ ຫວຽດນາມ ປີນີ້. ຢູ່ພິທີໄຂ, ທ່ານ ເລມິງຮວານ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເນັ້ນໜັກວ່າ ບັນດາຜົນງານທາງດ້ານສິລະປະຫັດຖະກຳ, ໝູ່ບ້ານຫັດອາຊີບຖະກຳແມ່ນ ສິງທີ່ຍອດຍິ່ງ, ແມ່ນຄຸນຄ່າທາງດ້ານວັດທະນະທຳ, ສັງຄົມ ທີ່ເຂັ້ມຂຸ້ນໄດ້ດ້ວຍສີສັນຂອງແຕ່ລະປະເທດ, ຊົນຊາດ. ດັ່ງນັ້ນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງພ້ອມກັບບັນດາໝູ່ບ້ານຫັດຖະກຳ ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳ ຂອງໝູ່ບ້ານ, ພ້ອມທັງຍົກສູງຄຸນຄ່າດ້ານເສດຖະກິດຂອງບັນດາຜະລິດຕະພັນທີ່ເປັນມູນເຊື້ອ. ທ່ານໃຫ້ຮູ້ວ່າ:

ໃນໄລຍະຈະມາເຖິງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຈະສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຢ່າງແໜ້ນແຟ້ນ ເພື່ອສ້າງເງື່ອນໄຂສະດວກ ໃຫ້ນັກສິລະປະກອນ, ນາຍຊ່າງດີເດັ່ນ, ນັກອອກແບບສິລະປະຫັດຖະກຳ ທີ່ຕິດພັນກັບອາຊີບ, ກັບໝູ່ບ້ານອາຊີບຫັດຖະກຳ, ແຜ່ກະຈາຍຈຸດຄວາມງາມ, ຄຸນຄ່າທີ່ຕັ້ງໜ້າໄປຍັງປະຊາຄົມ, ພ້ອມກັນອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງໝູ່ບ້ານຫັດຖະກຳ, ປະກອບສ່ວນເຂົ້າໃນໂຄງການສ້າງຊົນນະບົດໃໝ່, ພັດທະນາເສດຖະກິດຊົນນະບົດ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນເຂດຊົນນະບົດ.

ຕອບກັບ

ຂ່າວ/ບົດ​ອື່ນ