ທ່ານ​ປະ​ທານສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ: ເບັ້ນ​ແຈຕ້ອງ​ປຸກ​ລຸກ ຈິດ​ໃຈ​ “ດົ່ງ​ເຂີຍ“-ລຸກ​ຂຶ້ນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

(VOVWORLD) -ຕອນຄ່ຳວັນທີ 22 ມັງກອນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ມີການເຮັດວຽກ ກັບຄະນະປະຈຳຄະນະພັກແຂວງ ເບັ້ນແຈ. 
ທ່ານ​ປະ​ທານສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ: ເບັ້ນ​ແຈຕ້ອງ​ປຸກ​ລຸກ ຈິດ​ໃຈ​ “ດົ່ງ​ເຂີຍ“-ລຸກ​ຂຶ້ນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາວ່າ: ປີ 2021, ແຂວງເບັ້ນແຈ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ໃນເງື່ອນໄຂ ໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ບັນດາລະບົບສະໜອງຖືກຕັດຂາດ. ແຕ່ວ່າ ທັງປີ, ການເຕີບໂຕຂອງແຂວງຍັງບັນລຸລະດັບເປັນບວກ, ລາຍຮັບງົບປະມານລື່ນກາຍ 20%, ການປ່ອຍເງິນລົງທຶນພາກລັດ ສູງກ່ວາເມື່ອທຽບໃສ່ກັບລະດັບສະເລ່ຍຂອງທົ່ວປະເທດ.

ວຽກງາມປະຕິຮູບການບໍລິຫານ, ນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ປະກັນໄພສັງຄົມ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຂອງແຂວງ ບັ້ນແຈ ບັນລຸໄດ້ໝາກຜົນທີ່ເປັນໜ້າປະທັບໃຈ. ທ່ານ ປະທານສະພາແຫ່ງຊາດ ມີຄວາມປາດຖະໜາຢາກ ແຂວງ ເບັ້ນແຈ ສ້າງຂະບວນການໃນທົ່ວລະບົບການເມືອງ ຢ່າງເລິກເຊິ່ງກວ້າງຂວາງ, ເພື່ອຍົກສູງຈິດໃຈ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມມຸ່ງຫວັງບືນຕົວຂຶ້ນ. ເບັ້ນແຈກໍ່ຕ້ອງສືບຕໍ່ເບິ່ງແຍງດູແລ ປະຕິບັດບັນດານະໂຍບາຍການປະກັນໄພສັງຄົມ, ສະຫວັດດີການສັງຄົມ, ຮັບປະກັນການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ, ໃນສະເພາະໜ້າແມ່ນການຕ້ອນຮັບບຸນເຕັດ 2022 ໃຫ້ແກ່ປະຊາຊົນຢ່າງລອບຄອບຖີ່ທ້ວນ ຕາມ ເນື້ອໃນຈິດໃຈຄຳສັ່ງ ຂອງຄະນະເລຂາ.

ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ຄະນະປະຕິບັດງານສູນກາງພັກ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນບຸນເຕັດໃຫ້ແກ່ຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ມອບຂອງຂວັນໃຫ້ແກ່ກຳລັງຢູ່ແນວໜ້າການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ທຸກຍາກ, ຄົບຄອບປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ