ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ສ​ປ​ປ.ລາວ ຢ່າງ​ເປັນ​ທາງ​ການ

(VOVWORLD) -ວັນທີ 15 ພຶດສະພາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ມາຮອດສະໜາມບິນວັດໄຕ, ນະຄອນຫຼວງ ວຽງຈັນ ຂອງປະເທດ ສປປ.ລາວ, ເລີ່ມຕົ້ນການຢ້ຽມຢາມລາວ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ສ​ປ​ປ.ລາວ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເລີ່ມຕົ້ນການຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ
(ພາບ: TTXVN)

ການຢ້ຽມຢາມໄດ້ດຳເນີນແຕ່ວັນທີ 15 – 17 ພຶດສະພາ ເພື່ອແນໃສ່ຜັນຂະຫຍາຍແນວທາງການຕ່າງປະເທດ ຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໃນຊ່ອງທາງຕ່າງປະເທດລັດຖະສະພາ, ສືບຕໍ່ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ພັກ, ລັດ ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດສູງທີ່ສຸດ ແລະ ຖືເປັນສຳຄັນ ການພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ການສະໜິດຕິດພັນລະຫວ່າງສອງປະເທດ.

ໃນໂອກາດນີ້, ສອງຝ່າຍຈະແລກປ່ຽນທິດທາງ ແລະ ມາດຕະການລະອຽດ ເພື່ອແນໃສ່ຍົກສູງປະສິດທິຜົນການພົວພັນຮ່ວມມືລະຫວ່າງສອງປະເທດ, ສອງສະພາແຫ່ງຊາດ ໃນໄລຍະຈະມາເຖິງ; ແລກປ່ຽນ, ສົມທົບຫຼັກໝັ້ນກ່ຽວກັບບາງບັນຫາຍຸດທະສາດໃນພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຈັດກອງປະຊຸມສຳມະນາແລກປ່ຽນບົດຮຽນປະສົບກັນລະຫວ່າງສອງສະພາແຫ່ງຊາດ ກ່ຽວກັບກົນໄກນະໂຍບາຍ ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມພາຍຫຼັງໂລກລະບາດໂຄວິດ - 19, ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ ໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022.

ໃນໂອກາດການຢ້ຽມຢາມລາວ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ໜັງສືພິມ ປະຊາຊົນ ອົງການກະບອກສຽງຂອງພັກປະຊາຊົນປະຕິວັດລາວ ໄດ້ລົງບົດນຳທີ່ມີຫົວຂໍ້ “ການພົວພັນລາວ - ຫວຽດນາມ ນັບມື້ນັບເລິກເຊິ່ງ” ຢ່າງສົມກຽດ.

ຕອບກັບ

ຂ່າວ/ບົດ​ອື່ນ