ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ການ​ນຳ​ວິ​ສາ​ຫະ​ກິດ ສ.ເກົາຫຼີ

(VOVWORLD) -ທີ່ບັນດາການພົບປະ, ທ່ານ ເວືອງດິ່ງເຫ້ວ ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນແຜນການເປີດກວ້າງການລົງທຶນດຳເນີນທຸລະກິດຂອງບັນດາວິສາຫະກິດ ສ.ເກົາຫຼີ ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໃຫ້​ການ​ຕ້ອນ​ຮັບ​ບັນ​ດາ​ການ​ນຳ​ວິ​ສາ​ຫະ​ກິດ ສ.ເກົາຫຼີ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ມອບຂອງຂວັນ ໃຫ້ແກ່ການນຳກຸ່ມບໍລິສັດ Samsung Electronics (ພາບ: TTXVN)

ຕອນເຊົ້າວັນທີ 13 ທັນວາ, ໃນຂອບເຂດການຢ້ຽມຢາມສ.ເກົາຫຼີ ຢ່າງເປັນທາງການ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດ, ວິສາຫະກິດແຖວໜ້າຂອງ ປະເທດນີ້ ລວມມີ ທ່ານຮອງປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Samsung Electronics Han Jong-hee, ທ່ານປະທານສະພາບໍລິຫານກຸ່ມບໍລິສັດ SK Choi Tae-won, ທ່ານ ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ Lotte Shopping ແລະ Lotte Mart Kang Sung-hyun. 

ທີ່ບັນດາການພົບປະ, ທ່ານ ເວືອງດິ່ງເຫ້ວ ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນແຜນການເປີດກວ້າງການລົງທຶນດຳເນີນທຸລະກິດຂອງບັນດາວິສາຫະກິດ ສ.ເກົາຫຼີ ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ, ສະເໜີໃຫ້ບັນດາກຸ່ມບໍລິສັດມີຍຸດທະສາດ ແລະ ວິທີການຢ່າງລະອຽດ ເພື່ອໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ຍົກສູງກຳລັງຄວາມສາມາດໃນການຜະລິດ ແລະ ແກ້ງແຍ້ງ ເພື່ອມີຄວາມສາມາດຢ່າງພຽງພໍເມື່ອເຂົ້າຮ່ວມລະບົບສະໜອງສິນຄ້າທົ່ວໂລກ.

ແລກປ່ຽນກັບ ທ່ານປະທານສະພາແຫ່ງຊາດເວືອງດິ່ງເຫ້ວ, ການນຳບັນດາກຸ່ມບໍລິສັດ, ວິສາຫະກິດ ສ.ເກົາຫຼີ ຕີລາຄາສູງບັນດາຜົນງານໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຮັກສາການພັດທະນາເສດຖະກິດຂອງຫວຽດນາມ ໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມມານະພະຍາຍາມໃນປັດຈຸບັນ, ຫວຽດນາມ ຈະສືບຕໍ່ ແມ່ນສະຖານທີ່ທີ່ດູດດື່ມໃຈສຳລັບນັກລົງທຶນຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ